ຫວຽດນາມ-ແດນມາກເພີ່ມທະວີການຮ່ວມມືໃນຂົງເຂດປະຢັດພະລັງງານ

ຫວຽດນາມ-ແດນມາກເພີ່ມທະວີການຮ່ວມມືໃນຂົງເຂດປະຢັດພະລັງງານ - ảnh 1
ພິທີ​ລົງ​ນາມ​ໃນບົດ​ບັນທຶກ​ຊ່ວຍ​ຈຳ​
(ພາບ: Ngoc Ha/TTXVN)

(vovworld) – ຕອນ​ບ່າຍ​ວັນ​ທີ 18/6 ຢູ່​ຮ່າ​ໂນ້ຍ ​ໄດ້​ຈັດ​ພິທີ​ລົງ​ນາມ​ໃນບົດ​ບັນທຶກ​ຊ່ວຍ​ຈຳ​ລະຫວ່າງ​ກະຊວງ​ອຸດສາຫະກຳ - ການ​ຄ້າ​ຫວຽດນາມ ​ແລະ ກະຊວງ​ພະລັງງານ, ​ເຄຫະ​ສະຖານ ​ແລະ ດິນ​ຟ້າ​ອາກາດ​ແດນ​ມາກ ​ກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ປະຢັດ​ພະລັງງານ ​ແລະ ຂະ​ແໜງ​ອຸດສາຫະກຳ​​ໃຊ້ພະລັງງານ​ຄືນ​​ໃໝ່.ບົດ​ບັນທຶກ​ຊ່ວຍ​ຈຳ​ລວມມີ 5 ຂົງ​ເຂດ​ຮ່ວມ​ມື​​ບຸລິ​ມະ​ສິດ ​ແລະ ​10 ຮູບ​ການ​ຮ່ວມ​ມືຄື: ສ້າງ​ບັນດາ​ຂໍ້​ກຳນົດ​ເພື່ອ​ແນ​ໃສ່​ໜູນ​ຊ່ວຍການ​ຜັນ​ຂະຫຍາຍ​ກົດໝາຍ​ວ່າ​ດ້ວຍການ​ປະຢັດ​ ​​ແລະ ນຳ​ໃຊ້ພະລັງງານຢ່າງ​ປະ​ສິດທິ​ຜົນ​ຢູ່​ຫວຽດນາມ; ຊຸກ​ຍູ້​ການ​ປະຢັດ​ ​ແລະ ນຳ​ໃຊ້​ພະລັງງານ​ຢ່າງ​ມີ​ປະສິດທິ​ຜົນໃນ​ບັນດາ​ວິ​ສາ​ຫະກິດຂະໜາດກາງແລະ ນ້ອຍຢູ່​ຫວຽດນາມ. ​ແດນ​ມາກ ຈະ​ແບ່ງປັນ​ບົດຮຽນ​ກັບ​ຫວຽດນາມ ກ່ຽວ​ກັບ​ບັນຫາ​ພະລັງງານ, ພິ​ເສດ​ແມ່ນ​ການ​ປະຢັດ​ພະລັງງານ ​ແລະ ​ໃຊ້ພະລັງງານ​ຄືນ​ໃໝ່.

ຂ່າວ/ບົດ​ອື່ນ