ຫວຽດນາມແນະນຳຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວແລະອາຫານການກິນຢູ່ເຢຍລະມັນ
ທ່ານ ດ່ວນຊວນຮຶງ
ກ່າວຄວາມເຫັນ ທີ່ກອງປະຊຸມສຳມະນາ
(ພາບ: vietnam+)
(vovworld) – ວັນທີ 24/5 ສະຖານທູດ ຫວຽດນາມ ປະຈຳ ສາທາລະນະລັດ ສະຫະພັນເຢຍລະມັນ ໄດ້ຈັດກອງປະຊຸມສຳມະນາ ແນະນຳກ່ຽວກັບຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວ ແລະ ອາຫານການກິນ ຫວຽດນາມ ໃນຂອບເຂດສັບປະດາ ອາຊີ-ປາຊີຟິກ (APW) ຄັ້ງທີ 11 ທີ່ກຳລັງດຳເນີນ ຢູ່ Berlin. ກ່າວຄວາມເຫັນ ທີ່ກອງປະຊຸມສຳມະນາ ດ້ວຍຫົວຂໍ້ “ສົ່ງເສີມການທ່ອງທ່ຽວ ວັດທະນະທຳຫວຽດນາມ” ເຊິ່ງດຳເນີນ ຢູ່ ໂຮງຮຽນຄຸ້ມຄອງ ແລະ ເຕັກໂນໂລຢີອາຊີ (ESMT), ທ່ານ ດ່ວນຊວນຮຶງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສາທາລະນະລັດ ສະຫະພັນເຢຍລະມັນ ເນັ້ນໜັກວ່າ ການພົວພັນຄູ່ຮ່ວມມື ຫວຽດນາມ-ເຢຍລະມັນ ພວມພັດທະນາຢ່າງສວຍງາມ, ສິ່ງເປັນໜ້າສົນໃຈ ແມ່ນການຢ້ຽມຢາມ ເຢຍລະມັນ ຂອງ ທ່ານ ປະທານປະເທດ ເຈືອງເຕີ໋ນຊາງ ສຳເລັດຜົນໃນປີ 2015 ໄດ້ຊ່ວຍໃຫ້ສອງປະເທດ ຍັບເຂົ້າມໍ່ກັນກວ່າອີກ, ພ້ອມທັງເປີດກ້ວາງ ບັນດາກາລະໂອກາດການຮ່ວມມື ທີ່ໃຫຍ່ຫຼວງໃຫ້ແກ່ສອງຝ່າຍ. ຕາມ ທ່ານເອກອັກຄະລັດຖະທູດ ແລ້ວ, ຫວຽດນາມ ແລະ ສາທາລະນະລັດ ສະຫະພັນເຢຍລະມັນ ພວມມີການຮ່ວມມື ຢ່າງແໜ້ນແຟ້ນ, ມີປະສິດທິຜົນໃນທຸກຂົງເຂດ ແລະ ໃນປີ 2016 ນີ້, ສອງຝ່າຍຈະສະເຫຼີມສະຫຼອງ 5 ປີ ແຫ່ງການພົວພັນຄູ່ຮ່ວມມືຍຸດທະສາດ. ທ່ານເອກອັກຄະລັດຖະທູດ ກໍ່ເນັ້ນໜັກວ່າ: ໃນຂອບເຂດກອງປະຊຸມສຳມະນາ, ຫວຽດນາມ ຢາກແນະນຳເຖິງເພື່ອນມິດເຢຍລະມັນ ກ່ຽວກັບປະເທດທີ່ມີຄວາມສະໜິດສະໜົມ, ມີຄວາມສະຫງົບປອດໄພ ແລະ ເປັນຈຸດນັດພົບທີ່ນັບມື້ນັບໄດ້ຮັບຄວາມສົນໃຈ ຈາກນັກທ່ອງທ່ຽວຕ່າງປະເທດ. ຄຽງຄູ່ກັນນັ້ນ, APW ປີນີ້ ກໍ່ເປັນໂອກາດເພື່ອໃຫ້ຫວຽດນາມ ແນະນຳເຖິງເພື່ອນມິດເຢຍລະມັນ ກ່ຽວກັບເຢື່ອງອາຫານເຝີ, ເຊິ່ງແມ່ນເຢື່ອງອາຫານທີ່ເປັນເອກະລັກສະເພາະ ແລະ ໄດ້ຮັບການຕີລາຄາສູງ ຂອງຫວຽດນາມ.