ທ່ານນາງ
(ພາບ: Thống Nhất - TTXVN)
|
(vovworld) - ກອງປະຊຸມທົ່ວໂລກຄັ້ງທີ 3 ກ່ຽວກັບການຫຼຸດຜ່ອນຄວາມສ່ຽງຈາກໄພທຳມະຊາດ, ເຊິ່ງເລີ່ມແຕ່ວັນທີ 14/3 – 18/3, ຢູ່ນະຄອນ Sendai, ທາງທິດຕາເວັນອອກສ່ຽງເໜືອຍີ່ປຸ່ນ. ມີຜູ້ແທນ 5.000 ທ່ານ, ໃນນັ້ນມີການນຳລັດຖະບານ, ເຈົ້າໜ້າທີ່ຂັ້ນສູງຫຼາຍທ່ານຈາກທົ່ວໂລກເຂົ້າຮ່ວມ. ຄະນະຜູ້ແທນຫວຽດນາມໂດຍທ່ານນາງຮອງປະທານປະເທດ ຫງວຽນທິຢວານ ນຳໜ້າ ໄດ້ເຂົ້າຮ່ວມກອງປະຊຸມ.
ກ່າວຄວາມເຫັນທີ່ກອງປະຊຸມ, ທ່ານນາງຮອງປະທານປະເທດ ຫງວຽນທິຢວານ ຊີ້ແຈ້ງບັນດາຄວາມມານະພະຍາຍາມຂອງຫວຽດນາມ ໃນການປ້ອງກັນ, ຕ້ານ, ຫຼຸດຜ່ອນຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ ແລະ ຮັບມືກັນການປ່ຽນແປງຂອງດິນຟ້າອາກາດ; ທ່ານນາງກໍ່ເນັ້ນໜັກເຖິງຄວາມຈຳເປັນຕ້ອງສ້າງລະບົບເອກະສານນິຕິກຳທີ່ກຳນົດຢ່າງຈະແຈ້ງກ່ຽວກັບໜ້າທີ່ ແລະ ຄວາມຮັບຜິດຊອບກ່ອນ, ໃນ ແລະ ພາຍຫຼັງເກີດໄພທຳມະຊາດ; ຄວາມສາມາດຂອງກົງຈັກຊີ້ນຳນຳພາ,ຄຸ້ມຄອງການປ້ອງກັນ, ຕ້ານໄພທຳມະຊາດ…ທ່ານນາງຮອງປະທານປະເທດ ຫງວຽນທິຢວານ ສະເໜີບັນດາປະເທດໃຫ້ບຸລິມາສິດແກ່ບັນດາໂຄງການໜູນຊ່ວຍການບຳລຸງສ້າງ, ຍົກສູງລະດັບຄວາມຮູ້. ສ້າງບັນດາແຜນການໃນໝູ່ປະຊາຄົມຢ່າງລະອຽດ ເພື່ອໃຫ້ປະຊາຊົນມີຄວາມສາມາດເປັນເຈົ້າການຮັບມືກັບໄພທຳມະຊາດ; ຊຸກຍູ້ການນຳໃຊ້ວິທະຍາສາດ ເຕັກໂນໂລຢີ ເພື່ອຍົກສູງປະສິດທິຜົນການຕີລາຄາ, ພະຍາກອນ…