ຫວຽດນາມແມ່ນຄູ່ຮ່ວມມືສຳຄັນຍິ່ງຢູ່ພາກພື້ນອາຊີ-ປາຊີຟີກ

ຫວຽດນາມແມ່ນຄູ່ຮ່ວມມືສຳຄັນຍິ່ງຢູ່ພາກພື້ນອາຊີ-ປາຊີຟີກ - ảnh 1
ທ່ານ ເລ​ຮົ່ງ​ແອ​ງ
ພາບ:internet
(vovworld)-​​ ວັນ​ທີ 19/6 ຢູ່​ສຳນັກງານ​ລັດຖະບານ ຢູ​ແກຼນ, ທ່ານ​ນາຍົກລັດຖະມົນຕີຢູ​​ແກຼນ, ປະທານ​ພັກ​ບັນດາ​ເຂດ​ກຳ​ອຳນາດ​ຂອງ​ຢູ​ແກຼນ Nikolai Azarov ​ໄດ້​ໃຫ້ການ​ຕ້ອນຮັບ​ ​ຄະນະ​ຜູ້​ແທນພັກ​ກອມ​ມູນິດ​ ຫວຽດນາມ ​ໂດຍ​ທ່ານ ​ເລ​ຮົ່ງ​ແອ​ງ, ກຳມະການ​ກົມ​ການ​ເມືອງ, ຜູ້​ປະຈຳ​ເລຂາ​ສູນ​ກາງ​ພັກ ນຳ​ຫນ້າ ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຢູ​​ແກຼນ. ທ່ານ​ນາຍົກລັດຖະມົນຕີ Nikolai Azarov ​ໄດ້​ຢືນຢັນ​ວ່າ: ຍາມ​​ໃດ ຢູ​ແກຼນ ກໍ​ຖື​ຫວຽດນາມ​ແມ່​ນຄູ່​ຮ່ວມ​ມື​ສຳຄັນ​ທີ່​ສຸດ​ຢູ່ ພາກ​ພື້ນ ອາຊີ ປາຊີ​ຟີ​ກ ​ພ້ອມ​ທັງຕີ​ລາຄາ​ສູງ ​ແລະ ປາດ​ຖະຫນາ​ຢາກ​ສອງ​ຝ່າຍ​ເປີດ​ກວ້າງ​ການ​ຮ່ວມ​ມື, ສະຫນັບສະຫນູນ​ເຊິ່ງກັນ ​ແລະ ກັນ​ຢູ່​ເວທີ​ສາກົນ. ທ່ານ​ເລ​ຮົ່ງ​ແອ​ງ ​ເນັ້ນ​ຫນັກ​ວ່າ: ​​ໄລຍະ​ຈະມ​າ​ເຖິງ ສອງ​ປະ​ເທດ​ຄວນ​ສືບ​ຕໍ່​ຍົກ​ສູງ​ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ​ຄະນະ​ກຳມະການ​ລະຫວ່າງ​ລັດຖະບານ​ກ່ຽວ​ກັບ​ການ​ຮ່ວມ​ມື​ເສດຖະກິດ, ວິທະຍາສາດ​ເຕັກນິກ, ຊຸກຍູ້​ການ​ເຄື່ອນ​ໄຫວ​ຂອງ​ກຸ່ມ​ຄົ້ນ​ຄ້ວາ​ລວມກ່ຽວ​ກັບ​ແງ່​ຫວັງ​ລົງ​ນາມ​ໃນ​ສັນຍາ​ການ​ຄ້າ​ເສລີ​ລະຫວ່າງ ຫວຽດນາມ ​ແລະ ຢູ​ແກຼນ, ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ວິ​ສາ​ຫະກິດ​ຮ່ວມ​ມື​ລົງທຶນ​ຢູ່​ສອງ​ປະ​ເທດ, ​ເພີ່​ມທະວີ​ການ​ຮ່ວມ​ມື​ໂດຍກົງ​ລະຫວ່າງ​ບັນດາ​ອົງການ​ກ່ຽວຂ້ອງ ​ແລະ ທ້ອງ​ຖິ່ນ​ຂອງ​ສອງ​ປະ​ເທດ.
ຂ່າວ/ບົດ​ອື່ນ