ຫວຽດນາມແມ່ນຕະຫຼາດ ທີ່ເຕັມໄປດ້ວຍຄວາມ ສາມາດບົ່ມຊ້ອນ
(ພາບ: vov)
(vovworld)- ວັນທີ 27/11, ກົມການຄ້າສະຖານທູດຫວຽດນາມ ປະຈຳໄທ ສົມທົບກັບກົມລົງທຶນໄທ (BOI) ໄດ້ຈັດກອງປະຊຸມສຳມະນາດ້ວຍຫົວຂໍ້ “ການຄ້າ ແລະ ການລົງທຶນກັບຫວຽດນາມ: ກາລະໂອກາດກໍ່ຄືສິ່ງທ້າທາຍ“ ເພື່ອແນໃສ່ສະໜອງຂໍ້ມູນຂ່າວໃຫ້ບັນດານັກລົງທຶນທີ່ມີຄວາມສາມາດບົ່ມຊ້ອນຂອງໄທ ກ່ຽວກັບສະພາລບແວດລ້ອມແຫ່ງການລົງທຶນຢູ່ຫວຽດນາມ ໃນປະຈຸບັນ.
ທ່ານຫວຽນແທງຫາຍ, ຫົວໜ້າຫ້ອງການການຄ້າຫວຽດນາມ ປະຈຳໄທ ໃຫ້ຮູ້ວ່າ: ມີນັກລົງທຶນໄທ ຫຼາຍຄົນໄດ້ປະສົບຜົນສຳເລັດຢູ່ຫວຽດນາມ ແລະ ໃນໄລຍະຈະມາເຖິງ, ບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍຂອງໄທ ກໍ່ຈະຕັ້ງໜ້າລົງທຶນເຂົ້າຫວຽດນາມ. ສ່ວນຕາມທ່ານຮອງເລຂານຸການກົມລົງທຶນໄທ (BOI) ແລ້ວ, ກົມລົງທຶນໄທ (BOI) ພວມສະໜອງບັນດາຂໍ້ມູນຂ່າວລະອຽດກ່ຽວກັບຕະຫຼາດຫວຽດນາມ ໃຫ້ວິສາຫະກິດໄທ ທັງໝົດທີ່ຢາກລົງທຶນດຳເນີນທຸລະກິດຢູ່ຫວຽດນາມ ກໍ່ຄືສົມທົບກັບຝ່າຍຫວຽດນາມ ຈັດກອງປະຊຸມສຳມະນາຄັ້ງຕ່າງໆ, ເຊີນຜູ້ຕາງໜ້າບັນດາວິສາຫະກິດພວມດຳເນີນທຸລະກິດສຳເລັດຜົນຢູ່ຫວຽດນາມ ມາແບ່ງປັນບົດຮຽນ…./.