ຫວຽດນາມແມ່ນປະເທດທຳອິດໃນໂລກຕອບສະຫນອງຈຸດໝາຍ90-90-90

ຫວຽດນາມແມ່ນປະເທດທຳອິດໃນໂລກຕອບສະຫນອງຈຸດໝາຍ90-90-90 - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດືກ​ດາມ ກ່າວ​ຄຳ​ເຫັນ
ທີ່​ພິ​ທີ
ພາບ:chinhphu.vn

(vovworld)-​ຕອນ​ບ່າຍ​ວັນ​ທີ 25/10 ຢູ່ ຮ​່າ​ໂນ້ຍ, ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ຫວຽດ​ນາມ​ໄດ້​ຈັດ​ຕັ້ງ​ພິ​ທີ​ປຸກ​ລະ​ດົມ​ຕອບ​ສ​ະ​ຫນອງ​ຈຸດ​ໝາຍ 90-90-90 ເພື່ອ​ແນ​ໃສ່​ມຸ່ງ​ໄປ​ເຖິງ​ເລື່ອງ​ລົບ​ລ້າງ​ HIV/AIDS ໃນ​ປີ 2030. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດືກ​ດາມ ແລະ ທ່ານ​ຮອງ​ເລ​ຂາ​ທີ​ການ​ໃຫຍ່ ສ​ປ​ຊ Michel Sidibe ເຂົ້າ​ຮ່ວມ​ເຫດ​ການນີ້.

ຈຸດ​ໝາຍ 90-90-90 ແມ່ນ​ສູ້​ຊົນ​ຮອດ​ປີ 2020 ມີ​ເຖິງ 90% ຈຳນວນ​ຜູ້​ຕິດ​ເຊື້ອ HIV ຮູ້​ຈັກ​ສະ​ພາບ​ການ​ຕິດ​ພະ​ຍາດ​ຂອງ​ຕົນ, 90% ຈຳ​ນວນ​ຜູ້​ຕິດ​ເຊື້ອ HIV ໄດ້​ຮັບ​ການ​ບົ່ງ​ມະ​ຕິ ແລະ ໄດ້​ປິ່ນ​ປົວ​ຢາ ARV ຢ່າງ​ລຽນ​ຕິດ ແລະ  90% ໄດ້​ຮັບ​ການ​ປິ່ນ​ປົວ​ຢາ ARV ຄວບ​ຄຸມ​ປະ​ລິ​ມານ​ໄວ​ຣັດ​ຢູ່​ໃນ​ລະ​ດັບ​ຕ່ຳ​ສຸດ ແລະ ເປັນ​ປົກ​ກະ​ຕິ.

        ທີ່​ພິ​ທີ​ປຸກ​ລະ​ດົມ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດືກ​ດາມ ຊີ້​ແຈ້ງວ່າ:

        “ພວກ​ຂ້າ​ພະ​ເຈົ້າ​ຂໍ​ຂອບ​ອົກ​ຂອບ​ໃຈ ສ​ປ​ຊ ໄດ້​ເລືອກ​ເຟັ້ນ ຫວຽດ​ນາມ ແມ່ນ​ປະ​ເທດ​ທ​ຳ​ອິດ​ໃນ​ໂລກ​ຕອບ​ສະ​ຫນອງ​ຈຸດ​ໝາຍ 90-90-90. ພວກ​ຂ້າ​ພະ​ເຈົ້າ ຈະ​ພ້ອມ​ກັບ​ບັນ​ດາ​ອົງ​ການ​ຂອງ ສ​ປ​ຊ ມາ​ນະພະ​ຍາ​ຍາມປະ​ຕິ​ບັດ​ຈຸດ​ໝາຍ​ດັ່ງ​ກ່າວ​​ໃຫ້ສຳ​ເລັດ.”

 

 

 

 

ຂ່າວ/ບົດ​ອື່ນ