(vovworld)- ກະຊວງສຶກສາທິການ ແລະ ກິລາລາວ ໃຫ້ຮູ້ວ່າ: ປີນີ້, ຫວຽດນາມ ໄດ້ສະໜອງທຶນສຶກສາໃຫ້ນັກຮຽນລາວ 750 ຄົນ. ດ້ວຍຕົວເລກດັ່ງກ່າວ, ຫວຽດນາມ ກາຍເປັນປະເທດສະໜອງທຶນສຶກສາໃຫ້ລາວຫຼາຍກ່ວາໝູ່. ສອງຝ່າຍໄດ້ເຫັນດີເປັນເອກະສັນຈະຍົກສູງຄຸນະພາບການບຳລຸງສ້າງ. ສອງລັດຖະບານໄດ້ເຊັນສັນຍາກ່ຽວກັບທຶນສຶກສາຄືນໃໝ່, ໃຫ້ບຸລິມະສິດແກ່ການບຳລຸງສ້າງຄູອາຈານ ແນ່ໃສ່ຮັບປະກັນໃຫ້ລາວ ຈະນັບມື້ນັບມີຄູສອນມະຫາວິທະຍາໄລ ແລະ ວິທະຍາໄລຫຼາຍຄົນທີ່ມີລະດັບຄວາມຮູ້ສູງ. ທຶນສຶກສາໂດຍຫວຽດນາມ ສະຫງວນໃຫ້ແກ່ລາວ ໄດ້ປະກອບສ່ວນເຂົ້າໃນການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ ກໍ່ຄືຄຸນນະພາບການສຶກສາລາວ.