ຫວຽດນາມແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນທີ່ສຸດຂອງອີຢູໃນອາຊຽນ

ຫວຽດນາມແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນທີ່ສຸດຂອງອີຢູໃນອາຊຽນ - ảnh 1
ທ່ານ​ພົນ​ໂທ ​ໂຕ​ເລີມ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ
 ຕຳຫລວດ ຫວຽດນາມ ​ແລະ ​ທ່ານ Ugo Astuto
(ພາບ: antt.vn)

(vovworld) – ຕອນ​ບ່າຍ​ວັນ​ທີ 14/12 ຢູ່​ຮ່າ​ໂນ້ຍ, ທ່ານ​ພົນ​ໂທ ​ໂຕ​ເລີມ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ ຕຳຫລວດ ຫວຽດນາມ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Ugo Astuto, ຜູ້​ຮັກສາ​ການອຳນວຍການ​ຄຸ້ມ​ຄອງ​ບັນດາ​ບັນຫາ​ຢູ່ ອາຊີ - ປາຊີ​ຟິກ ຂອງ​ສະຫະພາບ ​ເອີ​ລົບ. ກ່າວ​ຄຳ​ເຫັນ​ທີ່​ການ​ຕ້ອນຮັບ, ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ ​ໂຕ​ເລີມ ​ເນັ້ນໜັກ​ວ່າ: ກະຊວງ​ຕຳຫລວດ ຫວຽດນາມ ຖື​ເປັນ​ສຳຄັນ ​ແລະ ປາດ​ຖະໜາ​ຢາກ​ພ້ອມ​ກັບ ອີ​ຢູ ​ເພີ່​ມທະວີ​ການ​ຮ່ວມ​ມື​ສະ​ເໝີ​ພາບ, ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ, ພັດທະນາ​ກັບ ອີ​ຢູ ຢ່າງເຂັ້ມ​ແຂງ, ຮອບດ້ານ​ກ່ວາ​ອີກ ພິ​ເສດ​ແມ່ນ​ໃນ​ບັນດາ​ຂົງ​ເຂດ​ຮ່ວມ​ມື​ກ່ຽວ​ກັບ​ການ​ປະຕິບັດ​ກົດໝາຍ, ຍຸຕິ​ທຳ; ປະກອບສ່ວນ​ຮັບປະກັນ, ປົກ​ປັກ​ຮັກສາ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ຄວາມປອດ​ໄພ​​ໃນສັງຄົມ, ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ແຕ່ລະ​ປະ​ເທດ. ຜູ້​ຮັກສາ​ການອຳນວຍການ​ຄຸ້ມ​ຄອງ​ບັນດາ​ບັນຫາ​ຢູ່ ອາຊີ - ປາຊີ​ຟິກ ຂອງ​ສະຫະພາບ ​ເອີ​ລົບ ທ່ານ Ugo Astuto ຢືນຢັນ​ວ່າ: ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສະຫະພາບ ​ເອີ​ລົບ ກັບ ຫວຽດນາມ ພວມ​ພັດທະນາ​ຢ່າງ​ແຮງ​ໃນ​ທຸກ​ຂົງ​ເຂດ ພິ​ເສດ​​ແມ່ນ​ໃນ​ບັນດາ​ຂົງ​ເຂດ​ກ່ຽວ​ກັບ​ດ້ານ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ການ​ເມືອງ, ການ​ທູດ. ຫວຽດນາມ ​​ແມ່ນ​ໜຶ່ງ​ໃນ​ບັນດາ​ຄູ່​ຮ່ວມ​ມື​ສຳຄັນ​ທີ່​ສຸດ​ຂອງ ອີ​ຢູ ​ໃນ ອາ​ຊຽນ ​ແລະ ​ເຊື່ອ​ໝັ້ນ​ວ່າ: ດ້ວຍ​ຄວາມ​ມານະ​ພະຍາຍາມ​ຂອງ​ທັງ 2 ຝ່າຍ​ໃນ​ໄລຍະ​ຈະ​ມາ​ເຖິງ ການ​ພົວພັນ​ມິດຕະພາບ, ການ​ຮ່ວມ​ມື​ລະຫວ່າງ​ສະຫະພາບ ອີ​ຢູ - ຫວຽດນາມ ຈະ​ນັບ​ມື້​ນັບ​ພັດທະນາ​ຢ່າງ​​ແໜ້ນ​ແຟ້ນ ​ແລະ ຮອບດ້ານ​ກ່ວາ.

 

ຂ່າວ/ບົດ​ອື່ນ