ຫວຽດນາມແລະ Samoa ເພີ່ມທະວີການພົວພັນມິດຕະພາບແລະການຮ່ວມມື

ຫວຽດນາມແລະ Samoa ເພີ່ມທະວີການພົວພັນມິດຕະພາບແລະການຮ່ວມມື - ảnh 1
ທ່ານ​​ເອກ​ອັກຄະ​ລັດຖະທູດ ຫງວຽນ​ຫວຽດຢຸງ ແລະ ທ່ານ Tui Atua Tupua Tamasese Efi,​ ຜູ້ນຳ​​ລັດ​ເອກະລາດ  Samoa
ພາບ:vietnamplus.vn

(vovworld) – ​​​​​ທ້າຍ​ສັບປະດາ​ຜ່ານ​ມາ​, ຢູ່ນະຄອນ​ຫຼວງ Apia, ລັດ​ເອກະລາດ Samoa, ທ່ານ​​ເອກ​ອັກຄະ​ລັດຖະທູດ ຫງວຽນ​ຫວຽດຢຸງ ​ໄດ້​ຍື່ນ​ສານ​ຕາ​ຕັ້ງ ​ເຖິງ​ຜູ້ນຳ​​ລັດ​ເອກະລາດ  Samoa, ທ່ານ Tui Atua Tupua Tamasese Efi, ກ່າຍ​ເປັນ​ເອກອັດ​ຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ​ຂອງ ຫວຽດນາ​ມ ບໍ່​ປະຈຳ​ຢູ່​ລັດ​ເອກະລາດ Samoa. ຢູ່​ພິທີ​ຍື່ນ​ສານ​ຕາ​ຕັ້ງ, ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ຫວຽດຢຸງ ຢັ້ງຢືນ​ວ່າ: ລັດຖະບານ ​ແລະ ປະຊາຊົນ ຫວຽດນາມ ຍາມ​ໃດ​ກໍຖື​ເປັນ​ສຳຄັນ ​ແລະ ປາດ​ຖະໜາ​ຢາກ​ໃຫ້​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ ​ແລະ ການຮ່ວມ​ມື​ກັບ Samoa ກວ່າ​ອີກ. ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ຫວຽດຢຸງ ສະ​ເໜີ 2 ປະ​ເທດຄວນ​ຕັ້ງໜ້າ​ຊອກ​ຫາ​ບັນດາ​ມາດ​ຕະການ​ເໝາະ​ສົມ ​ເພື່ອ​ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ຄື​​: ຂົງ​ເຂດເສດຖະກິດ - ​ການຄ້າ, ກະສິກຳ, ທ່ອງ​ທ່ຽວ, ພົບ​ປະ​ແລກປ່ຽນ​ປະຊາຊົນ​ຢ່າງ​ລະອຽດ. ຜູ້ນຳ​​ລັດ​ເອກະລາດ Samoa ​ກໍ່ໄດ້​ຕີ​ລາຄາ​ສູງ​ບັນດາ​ຜົນງານ ​ເຊິ່ງ ຫວຽດນາມ​ ບັນລຸ​ໄດ້​ໃນ​ພາລະກິດ​ພັດທະນາ​ເສດຖະກິດ - ສັງຄົມ ​ແລະ ​ເຊື່ອມ​ໂຍງ​ກັບ​ສາກົນ; ປາດ​ຖະໜາ​ຢາກ​ໃຫ້ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ຈະ​ພັດທະນາ​ໃນ​ໄລຍະ​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ