ຫວຽດນາມແລະSlovakiaຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ
ທີ່ພິທີລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມື
ດ້ານປ້ອງກັນຊາດ 2 ຝ່າຍ ລະຫວ່າງ 2 ປະເທດ
(ພາບ:Hồng Pha)
(vovworld) – ໂດຍໄດ້ຮັບຄຳເຊີນຂອງທ່ານພົນເອກ ຟຸ່ງກວາງແທງ, ລັດຖະມົນຕີວ່າການກະຊວງປ້ອງກັນປະເທດຫວຽດນາມ, ຄະນະພະນັກງານຂັ້ນສູງກະຊວງປ້ອງກັນປະເທດ ສ.Slovakia ໂດຍທ່ານ Martin Glavac, ລັດຖະມົນຕີວ່າການກະຊວງປ້ອງກັນປະເທດ Slovakia ນຳໜ້າຄະນະ, ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໃນລະຫວ່າງວັນທີ 8-14/6. ທີ່ການເຈລະຈາ ເຊິ່ງໄດ້ດຳເນີນໃນຕອນເຊົ້າວັນທີ 9/6, ພາຍຫຼັງພິທີຕ້ອນຮັບ, ທ່ານພົນເອກ ຟຸ່ງກວາງແທງ, ລັດຖະມົນຕີວ່າການກະຊວງປ້ອງກັນປະເທດຫວຽດນາມ ແລະ ທ່ານ Martin Glavac, ລັດຖະມົນຕີວ່າການກະຊວງປ້ອງກັນປະເທດ Slovakia ໄດ້ແລກປ່ຽນບັນດາມາດຕະການ ເພື່ອແນໃສ່ຊຸກຍູ້ການພົວພັນຮ່ວມມືດ້ານປ້ອງກັນຊາດ 2 ຝ່າຍ, ໃນນັ້ນສຸມໃສ່ຍູ້ແຮງບັນດາການເຄື່ອນໄຫວພົບປະ, ແລກປ່ຽນຄະນະຜູ້ແທນທຸກຂັ້ນລະຫວ່າງ 2 ກະຊວງປ້ອງກັນປະເທດ, ການຮ່ວມມືບຳລຸງສ້າງພະນັກງານ, ແບ່ງປັນບົດຮຽນເຂົ້າຮ່ວມກຳລັງຮັກສາສັນຕິພາບຂອງສະຫະປະຊາຊາດ...ສິ້ນສຸດການເຈລະຈາ, ທ່ານລັດຖະມົນ
ຕີວ່າການກະຊວງປ້ອງກັນປະເທດຫວຽດນາມ ຟຸ່ງກວາງແທງ ແລະ ທ່ານລັດຖະມົນຕີວ່າການກະຊວງປ້ອງກັນປະເທດ Slovakia Martin Glavac ໄດ້ລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືດ້ານປ້ອງກັນຊາດ 2 ຝ່າຍ ລະຫວ່າງ 2 ປະເທດ, ສ້າງພື້ນຖານນິຕິກຳໃຫ້ການຊຸກຍູ້ສາຍພົວພັນການຮ່ວມມືດ້ານປ້ອງກັນຊາດ ລະຫວ່າງ ຫວຽດນາມ ແລະ Slovakia ໃຫ້ພັດທະນາຂຶ້ນສູ່ລະດັບສູງໃໝ່ ເພື່ອຄາດໝາຍສັນຕິພາບ, ສະຖຽນລະພາບ, ຄວາມສະຫງົບປອດໄພຢູ່ແຕ່ລະພາກພື້ນ ແລະ ໃນໂລກ.