2 ຝ່າຍລົງນາມໃນບົດບັນທຶກຄວາມເຂົ້າໃຈ
(ພາບ: Vietnam+)
|
(vovworld) - ວັນທີ 23/2, ທ່ານ ຫງວຽນຈີ໋ຢູ້ງ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ແລະ ທ່ານ Chhay Than, ລັດຖະມົນຕີກະຊວງແຜນການ ກຳປູເຈຍ ເປັນປະທານຮ່ວມກອງປະຊຸມຄັ້ງທີ 8 ຂັ້ນລັດຖະມົນຕີ ລະຫວ່າງ 2 ກະຊວງຈັດຂຶ້ນຢູ່ນະຄອນຫຼວງ ພະນົມເປັນ. ທີ່ກອງປະຊຸມ, 2 ຝ່າຍໄດ້ເຫັນດີເປັນເອກະສັນຕີລາຄາບັນດາຂໍ້ຕົກລົງລະຫວ່າງ 2 ລັດຖະບານ ໄດ້ສົມທົບກັນປະຕິບັດຢ່າງຕັ້ງໜ້າ ແລະ ບັນລຸໄດ້ບັນດາໝາກຜົນສຳຄັນໂດຍພື້ນຖານຄືເປັນເຈົ້າການສົມທົບກັນແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດໃນວຽກງານຂີດເສັ້ນຊາຍແດນ, ປັກຫຼັກໝາຍຊາຍແດນທາງບົກ, ປີ 2016 ວົງເງິນການຄ້າ 2 ສົ້ນຄາດວ່າບັນລຸປະມານ 2,8 ຕື້ USD, ແຂກທ່ອງທ່ຽວ 2 ຝ່າຍບັນລຸເກືອບ 1 ລ້ານເທື່ອຄົນ.
ກ່ຽວກັບທິດທາງການຮ່ວມມືປີ 2017, 2 ຝ່າຍເປັນເອກະສັນວ່າ: ຫວຽດນາມ ຈະສືບຕໍ່ໜູນຊ່ວຍ ກຳປູເຈຍ ໃນວຽກງານບຳລຸງສ້າງ ແລະ ສຳຫຼວດ, ຮັບເອົາຂໍ້ມູນເພື່ອຄິດໄລ່ GDP ໃຫ້ບາງແຂວງຂອງກຳປູເຈຍ. 2 ຝ່າຍເປັນເອກະສັນຍູ້ໄວເລື່ອງຮ່າງຂໍ້ຕົກລົງແມ່ຮ່ວມກ່ຽວກັບການເຊື່ອມຕໍ່ 2 ພື້ນຖານເສດຖະກິດ ຫວຽດນາມ - ກຳປູເຈຍ ເພື່ອຍື່ນສະເໜີໃຫ້ລັດຖະບານ 2 ປະເທດຮັບຮອງເອົາ, ເປັນເອກະພາບ ນັບແຕ່ປີ 2017 ເປັນຕົ້ນໄປ, 2 ກະຊວງຈະຈັດຕັ້ງກອງປະຊຸມຂັ້ນຮອງລັດຖະມົນຕີຫມູນວຽນປີລະເທື່ອ, ເພື່ອແນໃສ່ເພີ່ມທະວີການພົວພັນ, ແລກປ່ຽນບົດຮຽນ, ວິຊາການ, ເຕັກນິກກ່ວາອີກ.