ຫວຽດນາມແລະຈີນ ເພີ່ມທະວີການຮ່ວມມື ໃນທຸກຂົງເຂດ


ຫວຽດນາມແລະຈີນ ເພີ່ມທະວີການຮ່ວມມື ໃນທຸກຂົງເຂດ - ảnh 1

ຕັດແຖບພ້າໄຂຮ້ານວາງສະແດງສິນຄ້າຫວຽດນາມຢູ່ໜານໜິງ

(ພາບ: VGP)

 (vovworld)- ​ ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ລັດຖະບານ​ຈີນ ​ແລະ ​ອຳນາດ​ການ​ປົກຄອງເຂດ​ປົກຄອງ​ດ້ວຍ​ຕົນ​​ເອງ​ຊົນ​ເຜົ່າ​ຈວາງ ​ແຂວງ​ກວາງ​ສີ ປະ​ເທດ​ຈີນ, ທ່ານ​ຟ້າ​ມບິງ​ມິ​ງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ​ໄດ້​ນຳ​ໜ້າ​ຄະນະ​ຜູ້​ແທນ​ຫວຽດນາມ ​ເຂົ້າຮ່ວມ​ງານ​ຕະຫຼາດນັດ​ອາ​ຊຽນ-ຈີນ ​ແລະ ກອງ​ປະຊຸມ​ສຸດ​ຍອດ​ການ​ລົງທຶນ​ການ​ຄ້າ​ອາ​ຊຽນ-ຈີນຄັ້ງທີ 11 ຢູ່​ໜານ​ໜິງ ​ແຂວງ​ກວາງ​ສີ ​ແຕ່​ວັນ​ທີ 15-16/9/2014. ​ໃນ​ໄລຍະ​​ເຂົ້າຮ່ວມ​ງານ​ຕະຫຼາດນັດ ​ແລະ ກອງ​ປະຊຸມ, ທ່ານ​ຟ້າ​ມບິງ​ມິ​ງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ​ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ​ຈາງ​ກາວ​ລີ​ ຮອງ​ນາຍົກລັດຖະມົນຕີຈີນ. ທ່ານ​ໄດ້ຕີ​ລາຄາ​ສູງ​ບົດບາດ​ຂອງ​ຈີນ​ ໃນ​ການຈັດ​ງານ​ຕະຫຼາດນັດ​ອາ​ຊຽນ-ຈີນ​ ​ແລະ  ກອງ​ປະຊຸມ​ສຸດ​ຍອດ​ການ​ລົງທຶນ​ການ​ຄ້າ​ອາ​ຊຽນ-ຈີນຄັ້ງຕ່າງໆ​ສຳ​ເລັດ​ຜົນ. ກ່ຽວ​ກັບ​ການ​ພົວພັນ​ລະຫວ່າງ​ຫວຽດນາມ-​ຈີນ, ທ່ານ​ຟ້າ​ມບິງ​ມິ​ງ ຢືນຢັນ​ວ່າ: ພັກ, ລັດຖະບານ ​ແລະ ປະຊາຊົນ​ຫວຽດນາມ ຖຶການພັດທະນາ​ການ​ພົວພັນ​ຖານ​ບ້ານ​​ໃກ້​ເຮືອ​ນຄຽງທີ່​ເປັນ​ມູນ​ເຊື້ອ​ກັບ​ພັກ, ລັດ ​ແລະ ປະຊາຊົນ​ຈິນ ​ເປັນ​ສຳຄັນ​ທີ່​ສຸດ. ຫວຽດນາມ ພ້ອມ​ແລ້ວ​ທີ່​ຈະ​ພ້ອມ​ກັບ​ຈີນ ຊຸກຍູ້​ການ​ພົວພັນ​ສອງ​ປະ​ເທດ​ໃຫ້​ມີ​ບາດກ້າວ​ພັດທະນາ​ໃໝ່​ຢ່າງແທດຈິ​ງ, ​ເລິກ​ເຊິ່ງ ​ແລະ ກວ້າງຂວາງ​ກ່ວາ​ອີກ​ໃນ​ບັນດາ​ຂົງ​ເຂດ​ການ​ເມືອງ, ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ວິ​ທະຍາ​ສາດ​ເຕັກນິກ, ການທ່ອງທ່ຽວ, ການ​ສຶກສາ, ວັດທະນະທຳ.

  ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ທ່ານຮອງ​ນາຍົກລັດຖະມົນຕີ​ຟ້າ​ມບິງ​ມິ​ງ ສະ​ເໜີ​ໃຫ້​ສອງ​ຝ່າຍ​ຕ້ອງ​ຄວບ​ຄຸມ​ສະພາບ​ການ​ບົນ​ທະ​ເລ​ເປັນ​ຢ່າງ​ດີ, ບໍ່​ມີ​ການ​ກະທຳ​ຕ່າງໆເຮັດ​ໃຫ້​ສະພາບ​ການ​ສັບສົນ​ຂຶ້ນ​ຕື່ມ, ຊຸກຍູ້​ບັນດາ​ກົ​ນ​ໄກ​ເຈລະຈາ​ທີ່​ມີ​ຄວາມ​ຄືບ​ໜ້າ, ປະຕິບັດ​ຂໍ້​ຕົກລົງ​ກ່ຽວ​ກັບ​ບັນດາ​ຫຼັກການ​ພື້ນຖານ​ຊີ້​ນຳ​​ເພື່ອແກ້​ໄຂ​ບັນຫາ​ບົນ​ທະ​ເລ​ຫວຽດນາມ-​ຈີນຢ່າງ​ເຂັ້ມງວດ; ​ເຄົາລົບ​ນັບຖືກົດໝາຍ​ສາກົນ, ພ້ອມ​ກັນ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ ​ແລະ ​ໂລກ./.

ຂ່າວ/ບົດ​ອື່ນ