ຫວຽດນາມແລະຈີນຍາມໃດກໍ່ຖືເປັນສຳຄັນການພັດທະນາສາຍພົວພັນບ້ານໃກ້ເຮືອນຄຽງ

ຫວຽດນາມແລະຈີນຍາມໃດກໍ່ຖືເປັນສຳຄັນການພັດທະນາສາຍພົວພັນບ້ານໃກ້ເຮືອນຄຽງ - ảnh 1
ທ່ານ​ ຟ້າ​ມບິ່ງ​ມິ​ງ ຮອງ​ນາຍົກລັດຖະມົນຕີ ​ຕ້ອນຮັບ​ທ່ານ ຫລີ​ນອີ໋
ຮອງ​ປະທານ​ສະມາຄົມ​ມິດຕະພາບພົວພັນຕ່າງປະ​ເທດ​ປະຊາຊົນ ຈີນ
(ພາບ: VGP/HaiMinh)

(vovworld) – ​ ວັນ​ທີ 29/12, ທີ່​ການ​ຕ້ອນຮັບ​ທ່ານ ຫລີ​ນອີ໋ ຮອງ​ປະທານ​ສະມາຄົມ​ມິດຕະພາບພົວພັນຕ່າງປະ​ເທດ​ປະຊາຊົນ ຈີນ ​ແລະ ບັນດາ​ຜູ້​ແທນ 2 ປະ​ເທດ​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ປະຊາຊົນ ຫວຽດນາມ - ຈີນ ຄັ້ງ​ທີ 7, ທ່ານ​ ຟ້າ​ມບິ່ງ​ມິ​ງ ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ຢືນຢັນ​ວ່າ: ພັກ, ລັດ ​ແລະ ປະຊາຊົນ ຫວຽດນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ​ການ​ປັບປຸງ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ຖານບ້ານ​ໃກ້​ເຮືອນ​ຄຽງ​ມິດຕະພາບ, ການ​ຮ່ວມ​ມື​ຮອບດ້ານ​ກັບ​ພັກ, ລັດຖະບານ ​ແລະ ປະຊາຊົນ ຈີນ. ທ່ານ​ຮອງ​ນາຍົກລັດຖະມົນຕີ ສະ​ເໜີ​ວ່າ: ສະຫະ​ພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ​ແລະ ສະມາຄົມ​ມິດຕະພາບ​ພົວພັນ​ຕ່າງປະ​ເທດ​ປະຊາຊົນ ຈີນ ສືບ​ຕໍ່​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ພົບ​ປະ​ແລກປ່ຽນລະຫວ່າງ​ປະຊາຊົນ 2 ປະ​ເທດ​ເປັນ​ຢ່າງ​ດີ, ​ໃນ​ນັ້ນ​ມີ​ເວທີ​ປາ​ໄສ​ປະຊາຊົນ ຫວຽດນາມ - ຈີນ, ປະກອບສ່ວນ​ຢ່າງ​ແທດ​ຈິງ ​ເຂົ້າ​ໃນ​ການ​ປັບປຸງ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຊຸກ​ຍູ້​ບັນດາ​ຂົງ​ເຂດ​ຮ່ວມ​ມື​ມີ​ບາດກ້າວ​ພັດທະນາຢ່າງແທດ​ຈິງ​, ຄວບ​ຄຸມ​ຄວາມ​ບໍ່​ລົງ​ລອຍ​ກັນ​ເປັນ​ຢ່າງ​ດີ, ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ​ຢູ່​ທະ​ເລ​ຕາ​ເວັນ​ອອກ​, ປະກອບສ່ວນ​ຊຸກຍູ້​ການພັວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ຫວຽດນາມ - ຈີນ ພັດທະນາ​ເປັນ​ປົກກະຕິ, ​ປອດ​​ໃສ ​ແລະ ໝັ້ນຄົງ.

        ສ່ວນ​ທ່ານ​ ຫລີ​ນອີ໋ ຮອງ​ປະທານ​ສະມາຄົມ​ມິດຕະພາບ​ພົວພັນ​ຕ່າງປະ​ເທດ​ປະຊາຊົນ ຈີນ ຢືນຢັນ​ວ່າ: ພັກ, ລັດຖະບານ ​ແລະ ປະຊາຊົນ ຈີນ ຖື​ເປັນ​ສຳຄັນ​ການ​ພັດທະນາ​ສາຍ​ພົວພັນ​ກັບ ຫວຽດນາມ. ສະມາຄົມ​ມິດຕະພາບ​ພົວພັນ​ຕ່າງປະ​ເທດ​ປະຊາຊົນ ຈີນ ຈະ​ສົມທົບ​ກັບ​ສະຫະ​ພັນ​ບັນດາ​ອົງການມິດຕະພາບ ຫວຽດນາມ ຢ່າງ​ແໜ້ນ​ແຟ້ນ, ສືບ​ຕໍ່​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ພົບ​ປະ​ແລກປ່ຽນ​ມິດຕະພາບ​ລະຫວ່າງ​ປະຊາຊົນ 2 ປະ​ເທດ​ເປັນ​ຢ່າງ​ດີ, ປະກອບສ່ວນ​ຊຸກ​ຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ຫວຽດນາມ - ຈີນ ພັດທະນາ​​ເປັນ​ປົກກະຕິ, ປອດ​ໃສ​ໃນ​ໄລຍະ​ຈະ​ມາ​ເຖິງ.

 

ຂ່າວ/ບົດ​ອື່ນ