ຫວຽດນາມແລະຈີນເພີ່ມທະວີການຮ່ວມມືໃນຂົງເຂດກະຈາຍສຽງ

ຫວຽດນາມແລະຈີນເພີ່ມທະວີການຮ່ວມມືໃນຂົງເຂດກະຈາຍສຽງ - ảnh 1
ຄະ​ນະ​ຜູ້​ແທນ VOV ແລະ ຄະ​ນະ​ຜູ້​ແທນ CNR

(vovworld)-​​ວັນ​ທີ 27/4 ຢູ່ ປັກ​ກີງ, ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ(VOV) ແລະ ວິ​ທະ​ຍຸ​ກະ​ຈາຍ​ສຽງ​ປະ​ຊາ​ຊົນ​ສູນ​ກາງ​ຈີນ (CNR) ໄດ້​ລົງ​ນາມ​ໃນ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ສື່​ສານ. ເຂົ້າ​ຮ່ວມ​ພິ​ທີ ມີ​ທ່ານ ຫງວຽ​ນ​ດັງ​ຕຽນ, ຜູ້​ອຳ​ນວຍ​ການ​ໃຫຍ່ VOV ແລະ ທ່ານຫວາງ​ກີວ ຜູ້​ອຳ​ນວຍ​ການ​ໃຫຍ່ CNR ພ້ອມ​ກັບ​ຜູ້​ຕາງ​ຫນ້າ​ການ​ນຳ​ບັນ​ດາ​ຫົວ​ຫນ່ວຍ​ກ່ຽວ​ຂ້ອງ. ຕາມນັ້​ນ​ແລ້ວ, ສອງ​ຝ່າຍ​ເຫັນ​ດີ​ແລກ​ປ່ຽນ​ບັນ​ດາ​ລາຍ​ການ​ຂ່າວ ແລະ ຫົວ​ເລື່ອງ​ສະ​ເພາະ​ໂດຍບໍ່​ເສຍ​ຄ່າ ຊື່ງ​ສອງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ, ອະ​ນຸ​ຍາດ​ໃຫ້​ຂຸດ​ຄົ້ນ​ຂໍ້​ມູນ​ຂ່າວ​ໃນ​ເວັບ​ໄຊ​ຂອງ​ກັນ. ໃນ​ໂອ​ກາດ​ວັນ​ບຸນ​ໃຫຍ່, ສອງ​ຝ່າຍ​ຈະ​ຮ່ວມ​ມື​ຜະ​ລິດ​ລາຍ​ການ​ກະ​ຈາຍ​ສຽງ​ກ່ຽວ​ກັບ​ຫົວ​ເລື່ອງ​ທີ່​ສອງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ. ສອງ​ຝ່າຍ​ເຫັນ​ດີ ຈະ​ຈັດ​ຕັ້ງ​ກອ​ງ​ປະ​ຊຸມ​ເຈົ້າ​ຫນ້າ​ທີ່​ຂັ້ນ​ສູງ​ປີ​ລະ​ເທື່ອ​ຫນຶ່ງ ແລະ ສົມ​ທົບ​ກັນ​ຈັດ​ຕັ້ງ​ຊຸດ​ບຳລຸງ​ສ້າງ, ກອງ​ປະ​ຊຸມ​ສຳ​ມະ​ນາ​ໃຫ້​ແກ່​ນັກ​ຂ່າວ,​ພະ​ນັກ​ງານເຕັກ​ນິກ ເພື່ອ​ແບ່ງ​ປັນ​ຄວາມ​ຮູ້​ວິ​ຊາ​ສະ​ເພາະ.

ຂ່າວ/ບົດ​ອື່ນ