ຫວຽດນາມແລະຍີ່ປຸ່ນເຈລະຈາສັນຍາມອບສົ່ງຜູ້ຖືກຕັດສິນລົງໂທດຈຳຄຸກ

(VOVWORLD) -ວັນທີ 18 ມີນາ, ຢູ່ຮ່າໂນ້ຍ, ກະຊວງຕຳຫຼວດຫວຽດນາມ ໄດ້ຈັດຮອບເຈລະຈາຄັ້ງທີ 2 ຮ່າງສັນຍາລະຫວ່າງຫວຽດນາມ ແລະ ຍີ່ປຸ່ນ ກ່ຽວກັບການມອບສົ່ງຜູ້ຖືກຕັດສິນລົງໂທດຈຳຄຸກ.

ຫວຽດນາມແລະຍີ່ປຸ່ນເຈລະຈາສັນຍາມອບສົ່ງຜູ້ຖືກຕັດສິນລົງໂທດຈຳຄຸກ - ảnh 1ຫວຽດນາມແລະຍີ່ປຸ່ນເຈລະຈາສັນຍາມອບສົ່ງຜູ້ຖືກຕັດສິນລົງໂທດຈຳຄຸກ

(ພາບ: bocongan.gov.vn)

ທີ່ການເຈລະຈາ, 2 ຝ່າຍຢືນຢັນການເຈລະຈາສັນຍາກ່ຽວກັບການມອບສົ່ງຜູ້ຖືກຕັດສິນລົງໂທດຈຳຄຸກລະຫວ່າງຫວຽດນາມ ແລະ ຍີ່ປຸ່ນ ທັງສ້າງເງື່ອນໄຂສະດວກໃຫ້ແກ່ພົນລະເມືອງ 2 ປະເທດ ເມື່ອລະເມີດກົດໝາຍ ແລະ ຖືກຕັດສິນລົງໂທດຈຳຄຸກຢູ່ປະເທດນັ້ນ ໄດ້ມອບສົ່ງເພື່ອສືບຕໍ່ປະຕິບັດການຕັດສິນລົງໂທດສ່ວນທີ່ຍັງເຫຼືອຢູ່ປະເທດຖືສັນຊາດ, ເພື່ອຈຸດປະສົງເຊື່ອມຕົວເຂົ້າກັບປະຊາຄົມຄືນຢ່າງສຳເລັດຜົນ ພາຍຫຼັງປະຕິບັດສຳເລັດການຕັດສິນລົງໂທດ. ສຳລັບຫວຽດນາມ ແລ້ວ, ການເຈລະຈາດັ່ງກ່າວແມ່ນສະແດງໃຫ້ເຫັນນະໂຍບາຍມະນຸດສະທຳຂອງລັດ, ພ້ອມທັງກໍ່ເໝາະສົມກັບແຜນນະໂຍບາຍຂອງພັກ ແລະ ລັດ ກ່ຽວກັບການເພີ່ມທະວີການຮ່ວມມືສາກົນ ໃນຂົງເຂດກົດໝາຍ ແລະ ຕຸລາການ. ຜ່ານນັ້ນປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຢ່າງເລິກເຊິ່ງ, ກວ້າງຂວາງ ເພື່ອສັນຕິພາບ ແລະ ຄວາມວັດທະນາຖາວອນຢູ່ອາຊີ ໃຫ້ແທດຈິງ, ພິເສດແມ່ນໃນສະພາບທີ່ຫວຽດນາມ ແລະ ຍີ່ປຸ່ນ ຫາກໍ່ຈັດພິທີສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ. ການເຈລະຈາສັນຍາດັ່ງກ່າວ ກໍ່ຈະຊຸກຍູ້ການຜັນຂະຫຍາຍບັນດາຄຳໝັ້ນສັນຍາຂອງຫວຽດນາມ ເມື່ອເຂົ້າເປັນສະມາຊິກຂອງບັນດາອົງການຈັດຕັ້ງສາກົນ, ບັນດາສົນທິສັນຍາສາກົນຫຼາຍຝ່າຍ, ເພີ່ມທະວີການນຳໃຊ້ ແລະ ສ້າງພື້ນຖານນິຕິກຳໃຫ້ສົມບູນແບບໃນການປະຕິບັດການມອບສົ່ງຜູ້ຖືກຕັດສິນລົງໂທດຈຳຄຸກ.

ຕອບກັບ

ຂ່າວ/ບົດ​ອື່ນ