ຫວຽດນາມແລະຍີ່ປຸ່ນເພີ່ມທະວີການຮ່ວມມືຂົງເຂດການເມືອງ,ການຕ່າງປະເທດ,ເສດຖະກິດ

ຫວຽດນາມແລະຍີ່ປຸ່ນເພີ່ມທະວີການຮ່ວມມືຂົງເຂດການເມືອງ,ການຕ່າງປະເທດ,ເສດຖະກິດ - ảnh 1
ລາຍ​ການ​ສະ​ແດງ​ສິ​ລະ​ປະ​ສະ​ເຫລີມ​ສະ​ຫລອງ
ວັນ​ຊາດ​ຂອງ​ຍີ່​ປຸ່ນ
ພາບ:TTXVN

(vovworld)-​ “ສອງ​ປະ​ເທດ​ຫວ​ຽດ​ນາມ ແລະ ຍີ່​ປຸ່ນ ກາຍ​ເປັນ​ຄູ່​ຮ່ວມ​ມື​ນັບ​ມື້​ນັບ​ສຳ​ຄັນ​ຂອງ​ກັນ​ໃນ​ທຸກ​ຂົງ​ເຂດ: ການ​ເມືອງ, ການ​ຕ່າງ​ປະ​ເທດ, ເສດ​ຖະ​ກິດ, ການ​ຄ້າ ແລະ ການ​ລົງ​ທຶນ”. ສິ່ງ​ດັ່ງ​ກ່າວ​ໄດ້​ຮັບ​ການຢັ້ງ​ຢືນ​ທີ່​ພິ​ທີ​ສະ​ເຫລີມ​ສະ​ຫລອງ 81 ປີ​ແຫ່ງວັນ​ຊາດ​ຂອງ​ຍີ່​ປຸ່ນ (23/12/1933) ໂດຍ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ ແລະ ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ຍີ່​ປຸ່ນ ນະ​ຄອນ ໂຮ່​ຈິ​ມີນ ຈັດ​ຕັ້ງ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 11/12. ກ່າວ​ຄຳ​ເຫັນ​ນະ​ພິ​ທີ, ທ່ານ Nakajima Satoshi, ຫົວ​ຫນ້າ​ສະ​ຖານ​ກົງ​ສູນ​ ຍີ່​ປຸ່ນ ປະ​ຈຳ​ນະ​ຄອນ ໂຮ່​ຈິ​ມີນ ຕີ​ລາ​ຄາ​ວ່າ:

        “ໃນ​ສະ​ພາບ​ການ​ຜັນ​ແປ​ຢ່າງ​ສັບ​ສົນ​ຂອງ​ພາກ​ພື້ນ ແລະ​ໂລກ, ການ​ພົວ​ພັນ ຍີ່​ປຸ່ນ ແລະ ຫວຽດ​ນາມ ພວມພັດ​ທະ​ນາ​ຢ່າງ​ແຮງ ຈະ​ປະ​ກອບ​ສ່ວນ​ອັນ​ໃຫຍ່​ຫລວງ​ໃຫ້​ແກ່​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ໃນ​ພາກ​ພື້ນ ແລະ ໃນ​ໂລກ. ໃນ​ຊ​ຸມ​ປີ​ຈະ​ມາ​ເຖິງ, ພວກ​ຂ້າ​ພະ​ເຈົ້າ​ປາດ​ຖະ​ຫນາ​ຢາກ​ສືບ​ຕໍ່​ພັດ​ທະ​ນາ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດກວ່າ​ອີກ.”

ຂ່າວ/ບົດ​ອື່ນ