ຫວຽດນາມແລະນອກແວເພີ່ມທະວີການຮ່ວມມືທາງດ້ານຄົມມະນາຄົມ-ຂົນສົ່ງ

ຫວຽດນາມແລະນອກແວເພີ່ມທະວີການຮ່ວມມືທາງດ້ານຄົມມະນາຄົມ-ຂົນສົ່ງ - ảnh 1
ທ່ານ ຫງວຽນ​ວັນ​ກົງ ແລະ ວົງການເຈົ້າໜ້າທີ່ ນອກແວ
(ພາບ: baotintuc.vn)

(vovworld) – ​ ​ ​ ຄະນະ​ປະຕິບັດ​ງານ​ຂອງ​ກະຊວງ​ຄົມມະນາຄົມ​ຂົນ​ສົ່ງ ຫວຽດນາມ ​ໂດຍ ທ່ານ ຫງວຽນ​ວັນ​ກົງ ລັດຖະມົນຕີ​ຊ່ວຍ​ວ່າການກະຊວງ​ດັ່ງກ່າວ ​ເປັນ​ຫົວໜ້າ​ຄະນະຜູ້​ແທນ ຫາ​ກໍ​ມີ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ເຖິງ​ປະ​ເທດ ນອກ​ແວ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ຮ່ວມ​ມື 2 ຝ່າຍ​ໃນ​ຂົງ​ເຂດ​ຄົມມະນາຄົມ - ຂົນ​ສົ່ງ, ພິ​ເສດ​ແມ່ນ​ການ​ເດີນ​ທະ​ເລ. ​ເນື່ອງ​ໃນ​ໂອກາດ​ນີ້ ຄະນະ​ຜູ້​ແທນ ຫວຽດນາມ ​ໄດ້​ມີ​ການ​ພົບ​ປະ ​ແລະ ​ເຮັດ​ວຽກ​ກັບ​ທ່ານ Reynir Johannesson ລັດ​ຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ຄົມມະນາຄົມ - ຂົນ​ສົ່ງ ນອກ​ແວ, ທ່ານ Dilek Ayhan ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ອຸດສາຫະກຳ​ການ​ຄ້າ ​ແລະ ສິນ​ໃນ​ນ້ຳ ​ແລະ ຜູ້ຕາງໜ້າ​ບາງ​ກົມ​ຂອງ 2 ກະຊວງ​ນີ້, ພ້ອມ​ກັນ​ນັ້ນ ກໍດຳ​ເນີນ​ການ​ແລກປ່ຽນ​ກັບ​ຜູ້ອຳນວຍການ​ອົງການ​ຄຸ້ມ​ຄອນງທ່າ​ກ່ຳ​ປັ່ນ Oslo. ທີ່​ບັນດາ​ການ​ພົບ​ປະ, ທ່ານ ຫງວຽນ​ວັນ​ກົງ ​ໄດ້ຕີ​ລາຄາ​ສູງ​ການ​ໜູນ​ຊ່ວຍ​ຂອງ​ຝ່າ​ຍ ​ນອກ​ແວ ທີ່​ສະຫງວນ​ໃຫ້ ຫວຽດນາມ ​ໃນ​ຂົງ​ເຂດ​ບຳລຸງ​ສ້າງ​​ໂດຍ​ລົງ​ເລິກ​ຂະ​ແໜງ​ເດີນ​ທະ​ເລ, ການ​ຮ່ວມ​ມື​ກ່ຽວ​ກັບການ​ກວດກາ​ເຕັກນິກ​ຍານພາຫະນະ; ພ້ອມ​ທັງ ສະ​ເໜີ​ຝ່າຍ ນອກ​ແວ ສືບ​ຕໍ່​ແບ່ງປັນ​ບົດຮຽນ, ໜູນ​ຊ່ວຍ ຫວຽດນາມ ກ່ຽວ​ກັບ​ການ​ພັດທະນາ​ຄົມມະນາຄົມ, ຄຸ້ມ​ຄອງ ​ແລະ ພັດທະນາ​ທ່າ​ກ່ຳ​ປັ່ນ, ພັດທະນາ​ການ​ເດີນ​ທະ​ເລ, ໜູນ​ຊ່ວຍ​ບຳລຸງ​ສ້າງ​ຊັບພະຍາກອນ​ມະນຸດ​ຂະ​ແໜງ​ການ​ເດີນ​ທະ​ເລ.

 


ຂ່າວ/ບົດ​ອື່ນ