ຫວຽດນາມແລະລາວຊຸກຍູ້ວົງເງິນການຄ້າສອງຝ່າຍ

ຫວຽດນາມແລະລາວຊຸກຍູ້ວົງເງິນການຄ້າສອງຝ່າຍ - ảnh 1
ການເຮັດວຽກລະຫວ່າງ 2 ຄະນະ
(ພາບ: Hoàng Chương/Vietnam+)

(vovworld)-ຕອນ​ເຊົ້າ​ວັນ​ທີ 22/8 ຢູ່​ນະຄອນຫລວງ ວຽງຈັນ, ຄະນະ​ຜູ້​ແທນ​ກະຊວງ​ອຸດສາຫະກຳ ການ​ຄ້າ​ຫວຽດນາມ ​ໂດຍ​ທ່ານ ຫງວຽນ​ເກີ​ມຕູ ຮອງ​ລັດຖະມົນຕີ​ກະຊວງ​ດັ່ງກ່າວ​ນຳ​ຫນ້າ ​ໄດ້​ເຈລະຈາ​ກັບ​ຄະນະ​ຜູ້​ແທນ​ກະຊວງ​ອຸດສາຫະກຳ ການ​ຄ້າ ລາວ ​ໂດຍ​ທ່ານ ນາງເຂັມມະນີ ພົນເສນາ ຮອງລັດຖະມົນຕີຊ່ວຍວ່າການ ກະຊວງອຸດສາຫະກຳ ແລະ ການຄ້າ ລາວ​ນຳ​ຫນ້າ, ​ເພື່ອ​ຊຸກຍູ້​ການ​ພົວພັນ​ດ້ານ​ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ. ສອງ​ຝ່າຍ​ຮັບ​ຮູ້​ວ່າ ​ໃນ​ໄລຍະ​ມໍ່ໆ​ມາ​ນີ້ ວົງ​ເງິນ​ສົ່ງ​ອອກ​ລະຫວ່າງ​ສອງ​ປະ​ເທດ ມີ​ບາດກ້າວ​ເຕີບ​ໂຕ​ດີ​ພໍ​ສົມຄວນ. ​ໃນ 6 ​ເດືອນ​ຕົ້ນ​ປີ 2013,  ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ບັນລຸ 504 ລ້ານ USD, ​ເພີ່ມ​ຂຶ້ນ 8,3% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ 2012. ​ເຖິງ​ວ່າ ມີການ​ພັດທະນາກໍ​ຕາມ ​ແຕ່​ວົງ​ເງິນ​ການ​ຄ້າ​ສົ່ງ​ອອກ​ລະຫວ່າງ​ສອງ​ປະ​ເທດ​ບໍ່​ທັນ​ບັນລຸ​ໄດ້​ຈຸດໝາຍທີ່​ສອງ​ກະຊວງ ​ແລະ ລັດຖະບານ​ສອງ​ປະ​ເທດ​ມີ​ຄວາມ​ປາດ​ຖະຫນາ. ​ໃນ​ໄລຍະ​ຈະ​ມາ​ເຖິງ, ສອງ​ຝ່າຍ​ເປັນ​ເອກະ​ພາບ ຜັນ​ຂະຫຍາຍ​ບາງ​ເນື້ອ​ໃນ​ທີ່ຈຳ​ເປັນ, ​ໃນ​ພາຍ​ພາກ​ຫນ້າ ສ້າງສັນ​ຍາ​ການ​ຄ້າ​ໃຫມ່​ໃຫ້​ເໝາະ​ສົມ​ກັບ​ສະພາບ​ຕົວ​ຈິງ​ໃນປະຈຸ​ບັນ. ຄຽງ​ຄູ່​ກັນ​ນັ້ນ ສອງ​ຝ່າຍ​ຈະ​ພິຈາລະນາ​ສືບ​ຕໍ່​ເປີດ​ກວ້າງ​ປະ​ເພດ​ສິນຄ້າ​​ໄດ້​ຮັບບຸລິມະສິດທີ່​ນຳ​ໃຊ້​ໃນ​ປີ 2014 ກໍ​ຄື ການ​ເພີ່ມ​ທະວີ​ການ​ພົວພັນ​ການ​ຄ້າ​ຢູ່​ເຂດຊາຍ​ແດນ, ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່, ປ້ອງ​ກັນຄວາມ​ສະ​ຫງົບ, ຮັກສາ​ຄວາມ​ໝັ້ນຄົງ​ດ້ານ​ການ​ເມືອງ ແລະ ສະຖຽນ​ລະ​ພາບ​ຢູ່​ເຂດ​ຊາຍ​ແດນ​ລະຫວ່າງ​ສອງ​ປະ​ເທດ.

 

 

ຂ່າວ/ບົດ​ອື່ນ