ຫວຽດນາມແລະລາວເປີດດ່ານຊາຍແດນສຳຮອງດ້ຽນບຽນ-ຜົ້ງສາລີ
(2 ຝ່າຍຈະເປີດຄູ່ດ່ານຊາຍແດນສຳຮອງ)
(vovworld) – ຕາມຄຳໝັ້ນສັນຍາລະຫວ່າງການນຳແຂວງດ້ຽນບຽນ (ຫວຽດນາມ) ແລະ ການນຳແຂວງ ຜົ້ງສາລີ (ລາວ) ທີ່ລົງນາມໃນວັນທີ 18/08 ແລ້ວ, 2 ຝ່າຍຈະເປີດຄູ່ດ່ານຊາຍແດນສຳຮອງ ນ່າບຸງ (ດຽນບຽນ, ຫວຽດນາມ) ແລະ ລາວຟູຈາຍ (ຜົ້ງສາລີ, ລາວ). ການນຳທ້ອງຖິ່ນໄດ້ຕີລາຄາວ່າ ເລື່ອງເປີດດ່ານຊາຍແດນສຳຮອງ ນ່າບຸງ - ລາວຟູຈາຍ ເພື່ອຮັບປະກັນບັນດາເງື່ອນໄຂດ້ານເສດຖະກິດ, ສັງຄົມ, ການປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ຄົມມະນາຄົມຂົນສົ່ງ; ຂໍ້ກຳນົດຂອງສັນຍາຄຸ້ມຄອງຊາຍແດນແຫ່ງຊາດລະຫວ່າງຫວຽດນາມ - ລາວ. 2 ຝ່າຍກໍເຫັນດີນຳກັນຖືວ່າ ເລື່ອງເປີດດ່ານຊາຍແດນສຳຮອງ ນ່າບຸງ - ລາວຟູຈາຍ ຈະຕອບສະໜອງຄວາມຕ້ອງການ, ຄວາມມຸ່ງມາດປາດຖະໜາຂອງປະຊາຊົນຢູ່ 2 ເຂດຊາຍແດນໃນການແລກປ່ຽນສິນຄ້າ, ພັດທະນາເສດຖະກິດ, ສັງຄົມ. ປະກອບສ່ວນເຂົ້າໃນພາລະກິດສ້າງສາ ແລະ ປົກປັກຮັກສາເຂດຊາຍແດນຂອງແຕ່ລະປະເທດ, ເໝາະສົມກັບແນວທາງຂອງພັກ, ນະໂຍບາຍກົດໝາຍຂອງ 2 ປະເທດ ກ່ຽວກັບການເຊື່ອມໂຍງດ້ານເສດຖະກິດເຂົ້າກັບພາກພື້ນອາຊຽນ ແລະ ສາກົນ.