ຫວຽດນາມແລະລາວເພີ່ມທະວີການຮ່ວມມືຄົມມະນາຄົມຂົນສົ່ງ

ຫວຽດນາມແລະລາວເພີ່ມທະວີການຮ່ວມມືຄົມມະນາຄົມຂົນສົ່ງ - ảnh 1
ທ່ານ ຮອງ​ລັດຖະມົນຕີກະຊວງ​ຄົມມະນາຄົມ​ຂົນ​ສົ່ງ​
ຫວຽດນາມ ​ເລ​ດີງທໍ້
ພາບ: internet


(vovworld)- ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ສປປ ລາວ ​ແຕ່​ວັນ​ທີ 14-16/8, ຄະນະ​ຜູ້​ແທນ​ກະຊວງ​ຄົມມະນາຄົມ​ຂົນ​ສົ່ງ​ຫວຽດນາມ ​ໂດຍ​ທ່ານ ຮອງ​ລັດຖະມົນຕີ ​ເລ​ດີງທໍ້ ນຳ​ຫນ້າ ​ໄດ້​​ເຈລະຈາ​ກັບ​ຄະນະ​ຜູ້​ແທນ​ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ລາວ. ທີ່​ການ​ເຈລະຈາ, ສອງ​ຝ່າຍ​ມີ​ຄວາມ​ພຶງ​ພໍ​ໃຈ ​ແລະ ຕີ​ລາຄາ​ສູງ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ກະຊວງ​ໃນ​ໄລຍະ​ຜ່ານ​ມາ ​ແລະ ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ໂຄງການ​ຮ່ວມ​ມື. ສອງ​ຝ່າຍ​​ໄດ້ປຶກສາ​ຫາລື​​ເຖິງບາງ​ໂຄງການ​ກ່ຽວ​ກັບ​ເສັ້ນທາງ​ເຊື່ອມ​ຕໍ່​ລະຫວ່າງ​ສອງ​ປະ​ເທດ, ຝ່າຍ​ຫວຽດນາມ ຈະ​ຫນູນ​ຊ່ວຍ​ຝ່າຍ​ລາວ ຍົກ​ລະດັບ​​ເວັບ​ໄຊ ​ແລະ ວຽກ​ງານ​ຖະ​ແຫລ​ງຂ່າວ​ກໍ​ຄື​ບຳລຸງ​ສ້າງ​ແຫ​ລ່ງຊັບພະຍາກອນ​ມະນຸດ ​ເພື່ອ​ຍົກ​ສູງ​ປະສິດທິ​ຜົນ​ໃນ​ກາ​ນຮ່ວມ​ມື​ຄົມມະນາຄົມ​ຂົນ​ສົ່ງ​ລະຫວ່າງ​ສອງ​ປະ​ເທດ ກວ່າ​ອີກ, ປະກອບສ່ວນ​ເພີ່ມ​ພູນ​ຄູນ​ສ້າງສາ​ຍພົວພັນ​ແບບ​ພິ​ເສດຫວຽດນາມ - ລາວ.

ຂ່າວ/ບົດ​ອື່ນ