ພາບປະກອບ
|
(vovworld) – ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ລາວ, ວັນທີ 31/1, ຢູ່ນະຄອນຫຼວງ ວຽງຈັນ, ຄະນະຜູ້ແທນຄະນະກຳມະການກວດກາສູນກາງ ພັກກອມມູນິດ ຫວຽດນາມ ໂດຍທ່ານຮອງຫົວໜ້າຜູ້ປະຈຳການຄະນະກຳມະການກວດກາສູນກາງ ມາຍເທ໋ເຢືອງ, ເປັນຫົວໜ້າຄະນະ ໄດ້ເຈລະຈາກັບຄະນະຜູ້ແທນຄະນະກຳມະການກວດກາສູນກາງ ແລະ ອົງການກວດກາລັດຖະບານ ລາວ ໂດຍທ່ານຮອງຫົວໜ້າຄະນະກວດກາສູນຫກາງ, ຮອງຫົວໜ້າອົງການກວດກາລັດຖະບານ ລາວ ທອງສີ ອ້ວນລາສີ ເປັນຫົວໜ້າຄະນະ. ນະທີ່ນີ້, 2 ຝ່າຍໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການພັດທະນາກໍ່ຄືການເຄື່ອນໄຫວກວດກາຢູ່ແຕ່ລະປະເທດ, ທົບທວນຄືນສະພາບການຮ່ວມມື ລະຫວ່າງ 2 ຝ່າຍໃນໄລຍະຜ່ານມາ, ຢັ້ງຢືນການພົວພັນນີ້ນັບມືນັບແທດຈິງ ແລະ ມີປະສິດທິຜົນ.
ໃນຂອບເຂດການຢ້ຽມຢາມ, ດຳເນີນໄປໃນລະຫວ່າງວັນທີ 30/1 – 2/2, ສອງຝ່າຍໄດ້ຈັດຕັ້ງການພົວພັນແລກປ່ຽນກິລາ ເພື່ອແນໃສ່ເພີ່ມທະວີຄວາມສາມັກຄີ, ການຮ່ວມມືເຂົ້າອົກເຂົ້າໃຈ ແລະ ຄວາມສະໜິດຕິດພັນເຊິ່ງກັນ ແລະ ກັນລະຫວ່າງບັນດາພະນັກງານຂອງ 2 ອົງການ.