ຫວຽດນາມແລະລາວເພີ່ມທະວີການຮ່ວມມືໃນຂົງເຂດຊົນເຜົ່າແລະສາສະໜາ
(ກອງປະຊຸມພົບປະເຈລະຈາລະຫວ່າງຄະນະຜູ້ແທນຄະນະກຳມະການສູນກາງແນວ
ລາວສ້າງຊາດ ແລະ ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ)
(vovworld) – ຕອນບ່າຍວັນທີ 5/10 ຢູ່ນະຄອນຫລວງ ວຽງຈັນ, ດຳເນີນກອງປະຊຸມພົບປະເຈລະຈາລະຫວ່າງຄະນະຜູ້ແທນຄະນະກຳມະການສູນກາງແນວລາວສ້າງຊາດ ແລະ ຄະນະຜູ້ແທນຂັ້ນສູງຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໂດຍທ່ານ ເລບ໋າຈິ່ງ, ຮອງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ນຳໜ້າ, ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ລາວ ໃນລະຫວ່ງວັນທີ 5 – 8/10. ທີ່ການພົບປະເຈລະຈາ, 2 ຝ່າຍເຫັນດີເປັນເອກະສັນຈະສືບຕໍ່ເພີ່ມທະວີການພົວພັນຮ່ວມມືມິດຕະພາບລະຫວ່າງອົງການຈັດຕັ້ງແນວໂຮມ 2 ປະເທດໃນໄລຍະຈະມາເຖິງ; ແນວໂຮມປະເທດຊາດ ຫວຽດນາມ ແລະ ແນວລາວສ້າງຊາດ ຈະສືບຕໍ່ຜັນຂະຫຍາຍການປະຕິບັດບັນດາເນື້ອໃນຂໍ້ຕົກລົງຮ່ວມມືໄລຍະ 2011 – 2016 ເປັນຢ່າງດີ. ບັນດາຜູ້ແທນຢືນຢັນວ່າ: ເລື່ອງແບ່ງປັນບົດຮຽນຕ່າງໆ ໃນວຽກງານສາມັກຄີຊົນຊາດ ແລະ ສາມັກຄີສາສະໜາ ແມ່ນສຳຄັນທີ່ສຸດ, ເລື່ອງປະຕິບັດວຽກງານນີ້ໃຫ້ດີ ຈະປະກອບສ່ວນຮັກສາສະຖຽນລະພາບ ແລະ ການພັດທະນາຂອງແຕ່ລະປະເທດ, ຊ່ວຍເພີ່ມທະວີຄວາມສະນິດຕິດພັນລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດຢ່າງແໜ້ນແຟ້ນກ່ວາອີກ. ໃນໄລຍະຢ້ຽມຢາມ ແລະ ເຮັດວຽກຢູ່ ລາວ, ຄະນະຜູ້ແທນສູນກາງແນວໂຮມປະເທດຊາດ ຫວຽດນາມ ມີການເຮັດວຽກກັບປະທານຄະນະກຳມະການສູນກາງແນວລາວສ້າງຊາດ; ຢ້ຽມຢາມສະມາຄົມໃຫຍ່ຊາວ ຫວຽດນາມ ອາໄສຢູ່ ລາວ; ຢ້ຽມຢາມວິສາຫະກິດ ຫວຽດນາມ ບາງແຫ່ງທີ່ພວມລົງທຶນຢູ່ ລາວ, ເຮັດວຽກກັບຄະນະກຳມະການແນວລາວສ້າງຊາດແຂວງ ວຽງຈັນ.