ຄະນະຜູ້ແທນສະຖາບັນສື່ມວນຊົນແລະໂຄສະນາຂອງເຮັດວຽກ
ກັບສະຖາບັນຖະແຫຼງຂ່າວວັດທະນະທຳແລະທ່ອງທ່ຽວ ລາວ
(ພາບ: PhamKien/vietnam+)
(vovworld) – ວັນທີ 19/10, ຄະນະຜູ້ແທນສະຖາບັນສື່ມວນຊົນ ແລະ ໂຄສະນາຂອງ ຫວຽດນາມ, ສັງກັດສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ໂດຍທ່ານ ລຶວວັນອານ ຮອງຜູ້ອຳນວຍການສະຖາບັນ ເປັນຫົວໜ້າຄະນະ, ມີການເຮັດວຽກກັບບາງສະຖາບັນ ແລະ ອົງການສຳນັກງານສື່ມວນຊົນຂອງ ລາວ ເພື່ອແນໃສ່ຫັນເປັນລະອຽດ ແລະ ເພີ່ມທະວີການຮ່ວມມືໃນຂົງເຂດສື່ມວນຊົນລະຫວ່າງ 2 ປະເທດໃນສະພາບປະຊາຄົມ ອາຊຽນ ຈະໄດ້ຮັບການສ້າງຕັ້ງຂຶ້ນໃນທ້າຍປີນີ້. ທີ່ການເຮັດວຽກກັບສະຖາບັນຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ລາວ ຂຶ້ນກັບກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ລາວ. ຄະນະຜູ້ແທນສະຖາບັນສື່ມວນຊົນ ແລະ ໂຄສະນາ ເຫັນດີເປັນເອກະພາບຕ້ອນຮັບ, ແລກປ່ຽນຄະນະປະຕິບັດງານເປັນປະຈຳປີ, ແລກປ່ຽນນັກສຶກສາ ແລະ ສົ່ງນັກສຶກສາມາຮຽນຢູ່ສະຖາບັນສື່ມວນຊົນ ແລະ ໂຄສະນາ ເພື່ອຍົກສູງທັກສະຄຸ້ມຄອງສື່ມວນຊົນ, ຍົກສູງວິຊາສະເພາະໃຫ້ນັກຂ່າວ, ນັກບັນນາທິການຂອງສື່ມວນຊົນ ລາວ. ພ້ອມທັງ ສືບຕໍ່ສ້າງເງື່ອນໄຂໃຫ້ຄູອາຈານ, ນັກຂ່າວ, ບັນດານັກວິທະຍາສາດຜັນຂະຫຍາຍການຄົ້ນຄວ້າຫົວເລື່ອງວິທະຍາສາດຕ່າງໆ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ; ຜັນຂະຫຍາຍການຮ່ວມມືຄົ້ນຄວ້າ, ຂໍ້ມູນໃຫ້ຂ່າວວິທະຍາສາດ ແລະ ເປັນປະທານຮ່ວມຈັດຕັ້ງບັນດາການປະຊຸມສຳມະນາວິທະຍາສາດຢູ່ ຫວຽດນາມ ແລະ ລາວ.