ຫວຽດນາມແລະລາວແລກປ່ຽນບົດຮຽນໃນການປ້ອງກັນ,ຕ້ານການສໍ້ລາດບັງຫລວງ

(VOVWORLD) -ວັນທີ 24 ສິງຫາ ຢູ່ ເທດສະບານ ເກື໋ອຫລໍ່, ແຂວງ ເຫງ້ອານ, ໄດ້ດຳເນີນການເຈລະຈາການແລກປ່ຽນບົດຮຽນວຽກງານກວດກາ ແລະ ວຽກງານປ້ອງກັນຕ້ານການສໍ້ລາດບັງຫລວງລະຫວ່າງ ຄະນະກຳມະການກວດກາສູນກາງພັກກອມມູນິດຫວຽດນາມ ແລະ ຄະນະກວດກາສູນກາງພັກປະຊາຊົນປະຕິວັດລາວ 
ຫວຽດນາມແລະລາວແລກປ່ຽນບົດຮຽນໃນການປ້ອງກັນ,ຕ້ານການສໍ້ລາດບັງຫລວງ - ảnh 1 ບັນດາຜູ້ແທນຫວຽນດາມ ແລະລາວ ເຂົ້າຮ່ວມກອງປະຊຸມສຳມະນາ

ໂດຍການເປັນປະທານຂອງທ່ານ ເຈີນກວກເວື້ອງ ຜູ້ປະຈຳຄະນະເລຂາ, ຫົວຫນ້າຄະນະກວດກາສູນກາງ ແລະ ທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ, ຫົວຫນ້າຄະນະກວດກສາສູນກາງ, ຫົວຫນ້າຄະນະປ້ອງກັນ, ຕ້ານການສໍ້ລາດບັງຫລວງສູນກາງ, ປະທານອົງການກວດກາລັດຖະບານລາວ. ທີ່ການເຈລະຈາ, ສອງຝ່າຍໄດ້ຢືນຢັນ ຄວນບຸລິມະສິດ, ຫນູນຊ່ວຍ, ຊ່ວຍເຫລືອເຊິ່ງກັນ ແລະກັນໃນການບຳລຸງຍົກສູງດ້ານວິຊາສະເພາະກ່ຽວກັບວຽກງານກວດກາ, ບໍ່ພຽງແຕ່ເຮັດໃຫ້ລະບົບການເມືອງຈາກສູນກາງລົງຮອດທ້ອງຖິ່ນມີຄວາມໂປ່ງໃສເທົ່ານັ້ນ ຫາກຍັງປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນສຳລັບພັກ. ທ່ານ ເຈີນກວກເວື້ອງ ປາດຖະຫນາວ່າ ໃນໄລຍະຈະມາເຖິງ ຄະນະກຳມະການກວດກາພັກສອງປະເທດສືບຕໍ່ຮ່ວມມືແລກປ່ຽນບົດຮຽນ, ວິຊາສະເພາະໃນວຽກງານກວດກາ,ແກ້ໄຂການຮ້ອງທຸກ, ກ່າວຟ້ອງ ແລະ ປ້ອງກັນ, ຕ້ານການສໍ້ລາດບັງຫລວງ. 

ຕອບກັບ

ຂ່າວ/ບົດ​ອື່ນ