ພິທີຕ້ອນຮັບທ່ານປະທານປະເທດ ເຈີ່ນດ້າຍກວາງ
(vovworld) – ໃນລະຫວ່າງວັນທີ 13 – 14/06 ສື່ມວນຊົນ ລາວ ໄດ້ລົງພິມໃນໜ້າທຳອິດບົດຂຽນຫລາຍບົດ ແລະ ຮູບພາບກ່ຽວກັບໝາກຜົນ ກໍ່ຄືບັນດາການເຄື່ອນໄຫວໃນການຢ້ຽມຢາມທາງລັດຖະກິດຂອງທ່ານປະທານປະເທດ ເຈີ່ນດ້າຍກວາງ ແລະ ພັນລະຍາພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ຢູ່ ລາວ ໃນລະຫວ່າງວັນທີ 12 – 14/06 ຕາມຄຳເຊີນຂອງທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ. ບັນດາໜັງສືພິມຂອງ ລາວ ລ້ວນແຕ່ຢືນຢັນເລື່ອງປະທານປະເທດ ເຈີ່ນດ້າຍກວາງ ເລືອກເອົາ ລາວ ເປັນປະເທດທຳອິດ ເພື່ອຢ້ຽມຢາມໃນການເຄື່ອນໄຫວການຕ່າງປະເທດ ພາຍຫລັງໄດ້ຮັບການເລືອກຕັ້ງເປັນປະທານປະເທດ ເຊິ່ງໄດ້ສະແດງຄວາມປາດຖະໜາຂອງພັກ, ລັດ ແລະ ລັດຖະບານ ຫວຽດນາມ ໃນການເພີ່ມທະວີ ແລະ ເຮັດໃຫ້ສາຍພົວພັນມິດຕະພາບ, ນ້ຳໃຈສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ 2 ພັກ, 2 ລັດຖະບານ ແລະ ຂອງປະຊາຊົນ 2 ປະເທດເລິກເຊິ່ງກ່ວາອີກ, ສິ່ງນັ້ນ ກໍ່ສະແດງລັກສະນະພິເສດໃນການພົວພັນຮ່ວມມືລະຫວ່າງ ຫວຽດນາມ - ລາວ.
ບັນດາໜັງສື່ພິມໃຫຍ່ຄື: ປະຊາຊົນ, ວຽງຈັນໃໝ່, ປະເທດລາວ, ລາວພັດທະນາ…ໃນຊຸມວັນຜ່ານມາ ລ້ວນແຕ່ລົງພິມຂ່າວສຳຄັນກ່ຽວກັບໝາກຜົນແຫ່ງການເຈລະຈາລະຫວ່າງທ່ານປະທານປະເທດ ເຈີ່ນດ້າຍກວາງ ແລະ ທ່ານເລຂາທິການໃຫຍ່ ປະທານປະເທດ ລາວ ບຸນຍັງ ວໍລະຈິດ. ຕາມສື່ມວນຊົນ ລາວ ແລ້ວ, ທີ່ການເຈລະຈາ 2 ຝ່າຍຢືນຢັນວ່າ: ສົມທົບກັນຢ່າງແໜ້ນແຟ້ນ ເພື່ອແນໃສ່ປັບປຸງຄວາມສາມັກຄີ ອາຊຽນ, ຍົກສູງບົດບາດເປັນໃຈກາງຂອງ ອາຊຽນ ໃນໂຄງປະກອບຄວາມປອດໄພຂອງພາກພື້ນ; ເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມສະຫງົບປອດໄພຢູ່ທະເລຕາເວັນອອກ; ເຫັນດີເປັນເອກະພາບພ້ອມກັບບັນດາປະເທດ ອາຊຽນ ຊຸກຍູ້ແກ້ໄຂການຂັດແຍ້ງກັນຢູ່ທະເລຕາເວັນອອກ ດ້ວຍໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ; ພ້ອມກັບບັນດາຝ່າຍ ປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ ແລະ ບັນລຸໄດ້ປະມວນຂໍ້ກຳນົດກ່ຽວກັບການປະພຶດຢູ່ທະເລຕາເວັນອອກ (COC) ໂດຍໄວ ເພື່ອແນໃສ່ຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ.