(vovworld) –ວັນທີ 17/9, ຢູ່ຮ່າໂນ້ຍ, ສັນຍາການຂົນສົ່ງທາງທະເລລະຫວ່າງລັດຖະບານ ຫວຽດນາມ ແລະ ລັດຖະບານ ສ. ຊູດັງ ໄດ້ຮັບການລົງນາມ. ທ່ານລັດຖະມົນຕີກະຊວງຄົມມະນາຄົມຂົນສົ່ງ ຫວຽດນາມ ດິງລາທັງ ແລະ ທ່ານເອກອັກຄະລັດຖະທູດ ຊູດັງ ປະຈຳ ຫວຽດນາມ Sayed Altayeb Ahmed ຕາງໜ້າໃຫ້ລັດຖະບານ 2 ປະເທດເຊັນສັນຍາ.
ສັນຍາລວມມີ 11 ຂໍ້, ດ້ວຍເນື້ອໃນຕົ້ນຕໍແມ່ນເພື່ອແນໃສ່ສ້າງເງື່ອນໄຂສະດວກໃຫ້ແກ່ການຂົນສົ່ງສິນຄ້າທາງທະເລ. ພາຍຫຼັງສັນຍາມີຜົນສັກສິດຢ່າງເປັນທາງການ, ຫວຽດນາມ ແລະ ຊູດັງຈະຮອງຮັບສັນຊາດກຳປັ່ນ ແລະ ບັນດາເອກະສານກຳປັ່ນຂອງກັນ. ສັນຍາກໍ່ສ້າງພື້ນຖານດ້ານນິຕິກຳເພື່ອໃຫ້ 2 ປະເທດຮອງຮັບເອກະສານສ່ວນຕົວຂອງລູກເຮືອແຕ່ລະຄົນ ແລະ ອະນຸຍາດໃຫ້ລູກເຮືອແຕ່ລະຄົນຂຶ້ນດິນຕໍ່ແຜ່ນໃນໄລຍະເວລາກຳປັ່ນເຂົ້າທຽບທ່າ. ນອກຈາກນັ້ນ, ສັນຍາກໍ່ອະນຸຍາດໃຫ້ບັນດາວິສາຫະກິດ ຫວຽດນາມ ເຂົ້າຮ່ວມການລົງທຶນເຂົ້າໃນບັນດາຂົງເຂດການບໍລິການເດີນເຮືອ ຢູ່ ຊູດັງ ແລະ ກົງກັນຂ້າມ.