ຫວຽດນາມແລະສະຫະພັນລັດເຊຍຊຸກຍູ້ການຮ່ວມມືນ້ຳມັນອາຍແກດຜ່ານບັນດາວິສາຫະກິດຮ່ວມທຸລະກິດ
Petro Vietnam ເຮັດວຽກກັບ ທ່ານຮອງລັດຖະມົນຕີຜູ້ທີໜຶ່ງກະຊວງພະລັງງານ ລັດເຊຍ Yuri Sentiurin
(ພາບ: Duy Trinh/Vietnam+)
(vovworld) – ໃນລະຫວ່າງວັນທີ 2 – 3/9, ຢູ່ນະຄອນຫຼວງ ມົດສະກູ (ສະຫະພັນລັດເຊຍ), ຄະນະພະນັກງານກຸ່ມບໍລິສັດນ້ຳມັນອາຍແກດແຫ່ງຊາດ ຫວຽດນາມ (Petro Vietnam) ໂດຍປະທານສະພາສະມາຊິກ ຫງວຽນຊວນເຊີນ, ນຳໜ້າ, ມີການຢ້ຽມຢາມ ແລະ ເຮັດວຽກກັບການນຳຂະແໜງພະລັງງານສະຫະພັນ ລັດເຊຍ, ປຶກສາຫາລືກັບທ່ານຮອງລັດຖະມົນຕີຜູ້ທີໜຶ່ງກະຊວງພະລັງງານ ລັດເຊຍ Yuri Sentiurin, ປະທານບັນດາກຸ່ມບໍລິສັດນ້ຳມັນອາຍແກດອັນດັບໜຶ່ງ Gazprom, Rosneft ແລະ Zaruberhneft ຂອງ ລັດເຊຍ. ທີ່ການພົບປະ, 2 ຝ່າຍໄດເປຶກສາຫາລືບັນດາວິທີການຍູ້ແຮງການຮ່ວມມືກໍ່ຄືເພີ່ມທະວີບັນດາວິສາຫະກິດຮ່ວມທຸລະກິດທີ່ມີຢູ່ແລ້ວ ຢ່າງມີປະສິດທິຜົນ, ຍູ້ແຮງການເຄື່ອນໄຫວຂອງບັນດາວິສາຫະກິດຮ່ວມທຸລະກິດ Gazprom Viet ແລະ RusVietPetro ຢູ່ ລັດເຊຍ, ບັນດາບຸລິມະສິດກ່ຽວກັບພາສີຂຸດຄົ້ນຊັບພະຍາກອນ, ການສົ່ງອອກ. 2 ຝ່າຍໄດ້ປຶກສາຫາລືກ່ຽວກັບເລື່ອງບໍລິສັດ Gazpromneft ຊື້ 49% ຫຸ້ນສ່ວນຂອງໂຮງງານກັນນ້ຳມັນ ຢູງກວດ ຫວຽດນາມ.