ຫວຽດນາມແລະສະຫະພັນລັດເຊຍຊຸກຍູ້ການຮ່ວມມືໃນການອອກແຮງງານ
ດຽບແອງ, ນັກຂ່າວVOVປະຈຳລັດເຊຍ -  
ການເຈລະຈາລະຫວ່າງ 2 ຄະນະ
(vovworld) - ວັນທີ 17/11, ຢູ່ມົກສກູ, ທີ່ການເຈລະຈາກັບທ່ານລັດຖະມົນຕີຮັບຜິດຊອບອົງການເຂົ້າເມືອງສະຫະພັນລັດເຊຍ Konstatin Romodanovsky ກ່ຽວກັບບັນດາບັນຫາທີ່ກ່ຽວຂ້ອງເຖິງການເຄື່ອນໄຫວການຮ່ວມມືໃນການອອກ ແຮງງານ ແລະ ປະຊາຄົມຊາວຫວຽດນາມອາໄສຢູ່ສະຫະພັນລັດເຊຍ, ທ່ານເອກອັກຄະລັດຖະທູດຫວຽດນາມປະຈຳສະຫະພັນລັດເຊຍ ຫງວຽນແທງເຊີນ ເນັ້ນໜັກວ່າ: 2 ຝ່າຍຄວນມີມາດຕະການທີ່ມີປະສິດທິຜົນ, ໃນນັ້ນສ້າງຕັ້ງ ແລະ ເພີ່ມທະວີກຸ່ມສົມທົບ 2 ຝ່າຍ ( ຫວຽດນາມ-ລັດເຊຍ)ໂດຍໄວ ແນໃສ່ແກ້ໄຂບັນດາບັນຫາທີ່ຍັງຄົງຄ້າງເໝາະສົມ ກັບນ້ຳໃຈມະນຸດສະທຳຢ່າງທັນການ ແລະ ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ລັດເຊຍ. ທ່ານເອກອັກຄະລັດຖະທູດຫວຽດນາມ ກໍ່ຍົກອອກຂໍ້ລິ້ເລີ່ມເປີດກ້ວາງການຮ່ວມມືໃນການອອກ ແຮງງານໃນບັນດາຂົງເຂດກະສິກຳ ແລະ ອຸດສາຫະກຳເບົາ, ຂຸດຄົ້ນຄວາມສາມາດບົ່ມຊ້ອນຂອງສູນວັດທະນະທຳ-ການຄ້າຮ່າໂນ້ຍຢູ່ມົດສກູຢ່າງສູງສຸດ ເພື່ອໃຫ້ສູນກາຍເປັນສັນຍາລັກແຫ່ງການຮ່ວມມືມິດຕະພາບລະຫວ່າງ 2 ຊາດ ຫວຽດນາມ-ລັດເຊຍ. ສ່ວນທ່ານລັດຖະມົນຕີລັດເຊຍ Romodanovsky ໃຫ້ຮູ້ວ່າ: ອົງການເຂົ້າເມືອງສະຫະພັນລັດເຊຍ ຈະຜັນຂະຫຍາຍ ການຊີ້ນຳນຳພາຂອງທ່ານປະທານາທິບໍດີສະຫະພັນລັດເຊຍ Vladimir Putin ກ່ຽວກັບແຜນນະໂຍບາຍສ້າງເງື່ອນໄຂສະດວກໃຫ້ປະຊາຄົມຊາວຫວຽດນາມອາໄສຢູ່ສະຫະພັນລັດເຊຍຢ່າງຕັ້ງໜ້າ. 2 ຝ່າຍ ໄດ້ເຫັນດີເປັນເອກະພາບແຜນການຮ່ວມມືຢ່າງລະອຽດ ແນໃສ່ເພີ່ມທະວີວຽກງານສື່ສານ, ຊຸກຍູ້ການຮ່ວມມືໃນການອອກແຮງງານ, ຊອກຫາ ແລະ ສະເໜີບັນດາມາດຕະການຢ່າງລະອຽດ ເພື່ອແນໃສ່ແກ້ໄຂບັນດາບັນຫາດ້ານກົດໝາຍທີ່ກ່ຽວຂ້ອງເຖິງປະຊາຄົມຊາວຫວຽດນາມອາໄສຢູ່ລັດເຊຍເທື່ອລະກ້າວ, ພິເສດຢູ່ເຂດມົດສກູ.
ດຽບແອງ, ນັກຂ່າວVOVປະຈຳລັດເຊຍ