ຫວຽດນາມແລະສະຫະລັດອາຣັບເອັມນີເລດສູ້ຊົນຍົກວົງເງິນການຄ້າໃຫ້ຂຶ້ນ 10 ຕື້ USD

(VOVWORLD) -ຍົກວົງເງິນການຄ້າໃຫ້ຂຶ້ນເຖິງ 10 ຕື້ USD ແມ່ນຈຸດສຸມຕົ້ນຕໍໃນການປຶກສາຫາລືລະຫວ່າງທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຈິ້ງດິ່ງຢຸງ ແລະ ບັນດາການນຳສະຫະລັດອາຣັບເອັມນີເລດ (UAE) ໃນການຢ້າມຢາມປະເທດນີ້.

ຫວຽດນາມແລະສະຫະລັດອາຣັບເອັມນີເລດສູ້ຊົນຍົກວົງເງິນການຄ້າໃຫ້ຂຶ້ນ 10 ຕື້ USD - ảnh 1 ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ເຊື່ອໝັ້ນວ່າ

2 ປະເທດຈະຍູ້ແຮງການພົວພັນຮ່ວມມືໃນຫຼາຍຂົງເຂດໃນໄລຍະຈະມາເຖິງ

(ພາບປະກອບ: VGP)

ທີ່ບັນດາການເຮັດວຽກ, 2 ຝ່າຍໄດ້ແລກປ່ຽນບັນດາມາດຕະການເພື່ອແນໃສ່ເພີ່ມທະວີການຮ່ວມມືໃນບັນດາຂົງເຂດການຄ້າ, ການລົງທຶນ, ພະລັງງານຜະລິດຄືນໃໝ່, ນ້ຳມັນອາຍແກັດ, ພື້ນຖານໂຄງລ່າງ. UAE ແລະ ຫວຽດນາມ ຖືກັນຄືດັ່ງຄູ່ຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນສຳຄັນ. 2 ຝ່າຍສູ້ຊົນຍົກວົງເງິນການຄ້າ 2 ສົ້ນລະຫວ່າງ UAE ແລະ ຫວຽດນາມ ໃຫ້ຂຶ້ນເຖິງ 10 ຕື້ USD ໂດຍໄວ ເມື່ອທຽບໃສ່ລະດັບ 6,3 ຕື້ USD ໃນປີ 2017.

        ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ເນັ້ນໜັກວ່າ UAE ແມ່ນໜຶ່ງໃນບັນດາຄູ່ຮ່ວມມືດ້ານການຄ້າ ແລະ ການລົງທຶນແຖວໜ້າຂອງຫວຽດນາມ ຢູ່ພາກພື້ນຕາເວັນອອກກາງ ແລະ ເຊື່ອໝັ້ນວ່າ 2 ປະເທດຈະຍູ້ແຮງການພົວພັນຮ່ວມມືໃນຫຼາຍຂົງເຂດໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ