ຫວຽດນາມແລະສ.ເກົາຫຼີເພີມທະວີການແລກປ່ຽນດ້ານວັດທະນະທຳອາຫານການກິນ
(ພາບອີນເຕີແນດ)
(vovworld) – ຫວ່າງແລ້ວນີ້, ຢູ່ນະຄອນ Sejong, ນະຄອນຫຼວງບໍລິຫານໃໝ່ຂອງສ.ເກົາຫຼີ ໄດ້ດຳເນີນພິທີລົງນາມໃນບົດບັນທຶກຊ່ວຍຈຳລະຫວ່າງກອງທຶນອາຫານການກິນສ.ເກົາຫຼີ ແລະ ວິທະຍຸກະຈາຍສຽງ ໂທລະພາບຮ່າໂນ້ຍ ກ່ຽວກັບການຊຸກຍູ້ການທ່ອງທ່ຽງອາຫານການກິນສ.ເກົາຫຼີ ແລະ ເພີ່ມທະວີການແລກປ່ຽນດ້ານວັດທະນະທຳອາຫານການກິນລະຫວ່າງ 2 ປະເທດ. ຕາມເນື້ອໃນຂອງບົດບັນທຶກຊ່ວຍຈຳແລ້ວ, 2 ອົງການນີ້ຈະເພີ່ມທະວີການຮ່ວມມືໃນການຊຸກຍູ້ການພົບປະແລກປ່ຽນດ້ານວັດທະນະທຳອາຫານການກິນລະຫວ່າງ 2 ປະເທດຜ່ານເລື່ອງເພີ່ມທະວີບັນດາລາຍການອາຫານອາຫານການກິນອອກອາກາດໃນຊ້ອງໂທລະພາບຮ່າໂນ້ຍ… ຕາມແຜນການ, ແຕ່ນີ້ຮອດທ້າຍເດືອນ 09, 2 ຝ່າຍຈະດຳເນີນການຖ່າຍທຳບັນດາລາຍການໂທລະພາບພິເສດກ່ຽວກັບອາຫານການກິນຂອງສ.ເກົາຫຼີ ຢູ່ 3 ປະເທດແມ່ນ: ສ.ເກົາຫຼີ, ຫວຽດນາມ, ກຳປູເຈຍ ແລະ ຈະເລີ່ມອອກອາກາດທາງໂທລະພາບຮ່າໂນ້ຍໃນເດືອນ 10 ຈະມາເຖິງ.