ຫວຽດນາມແລະສ.ເກົາຫຼີເພີ່ມມະວີການຮ່ວມມືໃນຂົງເຂດສິ່ງແວດລ້ອມ
ກອງປະຊຸມລັດຖະມົນຕີສິ່ງແລດລ້ອມຫວຽດນາມ - ສ.ເກົາຫຼີ ຄັ້ງທີ 13
(ພາບ: daibieunhandan.vn)
(vovworld) - ຕອນບ່າຍວັນທີ 29/03, ຢູ່ຮ່າໂນ້ຍ ໄດ້ດຳເນີນກອງປະຊຸມລັດຖະມົນຕີສິ່ງແລດລ້ອມຫວຽດນາມ - ສ.ເກົາຫຼີ ຄັ້ງທີ 13. ນີ້ແມ່ນການເຄື່ອນໄຫວປະຈຳປີເພືຶ່ອໃຫ້ 2 ປະເທດແລກປ່ຽນຂໍ້ມູນຂ່າວສານ, ແບ່ງປັນບົດຮຽນ ແລະ ເພີ່ມທະວີການຮ່ວມມືໃນຂົງເຂດສິ່ງແວດລ້ອມ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານລັດຖະມົນຕີກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມຫວຽດນາມ ເຈີນຮົ່ງຮ່າ, ຊີ້ແຈ້ງວ່າ.
“ຂ້າພະເຈົ້າຖືວ່າ, ບັນດາບົດຮຽນຂອງສ.ເກົາຫຼີ ແມ່ນເໝາະສົມກັບເງື່ອນໄຂ ແລະ ສະພາບການຂອງຫວຽດນາມ ທີ່ສຸດ. ຂ້າພະເຈົ້າປາດຖະໜາວ່າ ບັນດາຫົວໜ່ວຍສ້າງນະໂຍບາຍຂອງ 2 ຝ່າຍ, ບັນດາອົງການຄຸ້ມຄອງດ້ານວິຊາສະເພາະ, ເຕັກນິກຂອງ 2 ຝ່າຍ ຈະແມ່ນບັນດາຄູ່ຮ່ວມມື ແລະ ສາມາດຮ່ວມມືເຊິ່ງກັນ ແລະ ກັນ ແລະ ຖ່າຍຖອດບັນດາບົດຮຽນໃຫ້ກັນກ່ຽວກັບການຄຸ້ມຄອງກໍ່ຄືສ້າງນະໂຍບາຍໃຫ້ສົມບູນແບບ.”
ທີ່ກອງປະຊຸມລັດຖະມົນຕີສິ່ງແວດລ້ອມຫວຽດນາມ - ສ.ເກົາຫຼີ ຄັ້ງທີ 13, 2 ຝ່າຍໄດ້ກວດກາ, ຕີລາຄາກ່ຽວກັບບັນດາໝາກຜົນການຮ່ວມມືໃນໄລຍະກ່ອນນີ້ ແລະ ສືບຕໍ່ແລກປ່ຽນກ່ຽວກັບຄວາມສາມາດຮ່ວມມືໃນໄລຍະ 2017 – 2020.