ທ່ານນາງປະທານາທິບໍດີ Ameenah Gurib – Fakim
ຕ້ອນຮັບ ທ່ານຫງວຽນວັນຈູງ
(ພາບ: tgvn.com.vn)
(vovworld) – ວັນທີ 10/11, ຢູ່ນະຄອນຫລວງ Port – Louis, ທ່ານ ຫງວຽນວັນຈູງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໂມຊຳບິກ ທັງຮັບຜິດຊອບວຽກງານການທູດຢູ່ ສ.ໂມຣິດ, ໄດ້ເຂົ້າຍື່ນສານຕາຕັ້ງຂອງທ່ານປະທານປະເທດ ຫວຽດນາມ ເຈືອງເຕີ໋ນຊາງ ຕໍ່ທ່ານປະທານາທິບໍດີ ສ.ໂມຣິດ Ameenah Gurib – Fakim. ທ່ີການພົບປະ, ທ່ານເອກອັກຄະລັດຖະທູດ ຫງວຽນວັນຈູງ ຢືນຢັນວ່າ: ລັດຖະບານ ແລະ ປະຊາຊົນ ຫວຽດນາມ ຖືເປັນສຳຄັນ ແລະ ປາດຖະໜາຢາກເພີ່ມທະວີການພົວພັນຮ່ວມມືກັບ ສ.ໂມຣິດ ໃນບັນດາຂົງເຂດມີຄວາມສາມາດບົ່ມຊ້ອນຄື: ການເງິນ - ທະນາຄານ, ສິນໃນນ້ຳ, ການບໍລິການເດີນທະເລ ແລະ ການທ່ອງທ່ຽວ. ທ່ານເອກອັກຄະລັດຖະທູດ ຫງວຽນວັນຈູງ ຂອບອົກຂອບໃຈຕໍ່ການສະໜັບສະໜູນ ແລະ ສົມທົບກັນຢ່າງແໜ້ນແຟ້ນຂອງ ໂມຣິດ ກັບ ຫວຽດນາມ ໃນຂອບເຂດບັນດາອົງການຈັດຕັ້ງສາກົນຫລາຍຝ່າຍຄື ສປຊ, UNESCO ແລະ ອົງການໃຊ້ພາສາຜະລັ່ງ.
ສ່ວນທ່ານນາງປະທານາທິບໍດີ Ameenah Gurib – Fakim ໃຫ້ຮູ້ວ່າ: ໂມຣິດ ຖື ຫວຽດນາມ ເປັນຮູບແບບປະສົບຜົນສຳເລັດໃນການລົບລ້າງຄວາມອຶດຫິວ ຫລຸດຜ່ອນຄວາມທຸກຍາກ, ພັດທະນາແບບຍືນຍົງ ແລະ ເຊື່ອມໂຍງເຂົ້າກັບພາກພື້ນ. ທ່ານນາງປະທານາທິບໍດີ Ameenah Gurib – Fakim ປາດຖະໜາວ່າ: ເພີ່ມທະວີການຮ່ວມສຳພັນລະຫວ່າງບັນດາວິສາຫະກິດຂະໜາດກາງ ແລະ ໜ້ອຍຂອງ 2 ປະເທດ; ຄົ້ນຄວ້າພັດທະນາໂຄງການຮ່ວມມືໃນບັນດາຂົງເຂດທີ່ມີທ່າແຮງຄື: ຕ່ຳແຜ່ນຕັດຫຍິບ, ສິນໃນນ້ຳ ແລະ ການທ່ອງທ່ຽວ, ທ່ານນາງປະທານາທິບໍດີ ຢືນຢັນວ່າ: ໂມຣິດ ຍາມໃດກໍສະໜັບສະໜູນ ຫວຽດນາມ ໃນບັນດາຂອບເຂດຫລາຍຝ່າຍ.