ຫວຽດນາມແລະອົດສະຕາລີລົງນາມໃນຖະແຫລງການວິໄສທັດຮ່ວມກ່ຽວກັບການຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ
(VOVWORLD) -ໂດຍໄດ້ຮັບຄຳເຊີນຂອງທ່ານ Christopher Pyne ລັດຖະມົນຕີກະຊວງປ້ອງກັນປະເທດ ອົດສະຕາລີ, ພົນເອກ ໂງຊວນລິກ, ລັດຖະມົນຕີກະຊວງປອ້ງກັນປະເທດຫວຽດນາມ ນຳຫນ້າຄະນະຜູ້ແທນຂັ້ນສູງການທະຫານຫວຽດນາມ ໄປຢ້ຽມຢາມ ອົດສະຕາລີ ຢ່າງເປັນທາງການ ແຕ່ວັນທີ 6-8 ພະຈິກ.
ທ່ານ Christopher Pyne ລັດຖະມົນຕີກະຊວງປ້ອງກັນປະເທດ ອົດສະຕາລີ ແລະ ທ່ານ ພົນເອກ ໂງຊວນລິກ, ລັດຖະມົນຕີກະຊວງປອ້ງກັນປະເທດຫວຽດນາມ ພ້ອມກັນລົງນາມໃນຖະແຫລງການ
ພາບ:qdnd
|
ພາຍຫລັງພິທີຕ້ອນຮັບຢ່າງເປັນທາງການໃນວັນທີ 8 ພະຈິກ, ລັດຖະມົນຕີທັງສອງທ່ານໄດ້ພ້ອມກັນລົງນາມໃນຖະແຫລງການວິໄສທັດຮ່ວມ ກ່ຽວກັບການຊຸກຍູ້ການພົວພັນດ້ານປອ້ງກັນຊາດ ຫວຽດນາມ - ອົດສະຕາລີ ແລະ ດຳເນີນການເຈລະຈາ.
ທີ່ການເຈລະຈາ, ສອງຝ່າຍເຫັນດີ: ໃນໄລຍະຈະມາເຖິງສືບຕໍ່ຊຸກຍູ້ການຮ່ວມມືໃນບັນດາຂົງເຂດ, ເຂົ້າຮ່ວມບັນດາການເຄື່ອນໄຫວຮັກສາສັນຕິພາບຂອງ ສປຊ; ແກ້ໄຂຜົນຮ້າຍຢ້ອນຫລັງຈາກລູກລະເບີດຕົກຄ້າງຫລັງສົງຄາມ, ແລກປ່ຽນບົດຮຽນໃນການຕ້ານກໍ່ການຮ້າຍ, ແບ່ງປັນຂໍ້ມູນຂ່າວສານ ແລະ ຄວາມປອດໄພການບິນ. ທ່ານພົນເອກ ໂງຊວນລິກ ສະແດງຄວາມປາດຖະຫນາຢາກໃຫ້ ອົດສະຕາລີ ສະຫນັບສະຫນູນຫວຽດນາມ ຈັດຕັ້ງບັນດາເຫດການດ້ານປ້ອງກັນຊາດ - ການທະຫານໃນປີ 2020 ສຳເລັດຜົນ, ເມື່ອຫວຽດນາມ ຮັບຫນ້າທີ່ເປັນປະທານ ອາຊຽນ. ນອກນັ້ນ ທ່ານພົນເອກ ໂງຊວນລິກ ກໍ່ສະເຫນີ ກະຊວງປ້ອງກັນປະເທດ ອົດສະຕາລີ ສະຫນັບສະຫນູນເພື່ອຜັນຂະຫຍາຍບັນດາການເຄືື່ອນໄຫວຮ່ວມມືຕາມບົດບັນທຶກຊ່ວຍຈຳກ່ຽວກັບການແກ້ໄຂຜົນຮ້າຍຢ້ອນຫລັງຈາກລູກລະເບີດຕົກຄ້າງຫລັງສົງຄາມ ຊື່ງກະຊວງການຕ່າງປະເທດ ແລະ ການຄ້າ ອົດສະຕາລີ ໄດ້ລົງນາມກັບໂຄງການ 504 ຂອງລັດຖະບານຫວຽດນາມ ໃນເດືອນ ມີນາປີ 2015.