ຫວຽດນາມແລະອິນເດຍເພີ່ມທະວີການຮ່ວມມືໃນຂົງເຂດສິ່ງແວດລ້ອມ
(ພາບ: tnmthanam.gov.vn)
(vovworld) – ຄະນະປະຕິບັດງານຂອງກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມຫວຽດນາມ, ໂດຍທ່ານລັດຖະມົນຕີຊ່ວຍວ່າການ ເຈີນຮົ່ງຮ່າ ເປັນຫົວໜ້າຄະນະ, ຫາກໍ່ໄປຢ້ຽມຢາມ ແລະ ເຮັດວຽກຢູ່ອິນເດຍ. ທ່ານລັດຖະມົນຕີຊ່ວຍວ່າການ ເຈີນຮົ່ງຮ່າ ໄດ້ມີການເຮັດວຽກກັບທ່ານ Ashok Lavasa, ລັດຖະມົນຕີຊ່ວຍວ່າການກະຊວງສິ່ງແວດລ້ອມ, ປ່າ ແລະ ການປ່ຽນແປງຂອງດິນຟ້າອາກາດອິນເດຍ. 2 ຝ່າຍໄດ້ປຶກສາຫາລືທິດທາງເພີ່ມທະວີການຮ່ວມມືດ້ານຊັບພະຍາກອນ ແລະ ສິ່ງແວດລ້ອມ, ໃນນັ້ນມິການກຳນົດບັນດາຂົງເຂດຮ່ວມມື, ສ້າງຂໍ້ຕົກລົງຮ່ວມມືລະຫວ່າງ 2 ກະຊວງ, ຜັນຂະຫຍາຍການເຄື່ອນໄຫວຈັດຕັ້ງກອງປະຊຸມສຳມະນາແລກປ່ຽນບົດຮຽນ, ສົ່ງຄະນະນັກຊ່າວຊານ, ສ້າງໂຄງການຮ່ວມມື 2 ຝ່າຍກ່ຽວກັບການປ່ຽນແປງຂອງກິນຟ້າອາກາດ, ອະນຸລັກຮັກສາຊີວະນາໆພັນ.