ຫວຽດນາມແລະອີຢູ ແບ່ງປັນບົດຮຽນ ກ່ຽວກັບສິດເສລີ ພາບໃນການເຫຼື້ອມ ໃສສາສະໜາ


ຫວຽດນາມແລະອີຢູ ແບ່ງປັນບົດຮຽນ ກ່ຽວກັບສິດເສລີ ພາບໃນການເຫຼື້ອມ ໃສສາສະໜາ - ảnh 1

ທ່ານ​ລັດຖະມົນຕີ​ກະຊວງ​ພາຍ​ໃນ​ຟ້າ​ມຢຸງກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ

(ພາບ: qdnd.vn)

(vovworld)- ​ ​ຕອນ​​ເຊົ້າ​ວັນ​ທີ 25/9, ຢູ່​ຮ່າ​ໂນ້ຍ, ​ໄດ້​ຈັດ​ກອງ​ປະຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ສາສະໜາ​ດ້ວຍ​ຫົວ​ເລື່ອງ ”ສາສະໜາ ​ແລະ ຊີວິດ​ສາສະໜາ​ຢູ່​ຫວຽດນາມ-​ການ​ແບ່ງປັນ​ບົດຮຽນ​ຂອງ​​ເອີ​ລົບ ​ແລະ ຫວຽດນາມ ​ໃນ​ການ​ຮັບປະກັນ​ສິດ​ເສລີພາບໃນ​ການ​ເຫຼື້ອມ​ໃສ​,ສາສະໜາ” ​ໂດຍ​ມີ​ການ​ເຂົ້າຮ່ວມ​ຂອງ​ຜູ້​ແທນ​ກ່ວາ 100 ທ່ານ​ຊື່​ງ​ແມ່ນ​ນັກຮຽນ​ຮູ້​ສາກົນ, ຜູ້ຕາງໜ້າ​ບັນດາ​ອົງການ​ຈັດຕັງສາສະໜາ​ຢູ່​ຫວຽດນາມ.

  ບັນດາ​ຜູ້​ແທນ​ໄດ້​ຕີ​ລາຄາ​ສູງ​ບັນດາ​ຜົນງານ​ທີ່​ຫວຽດນາມ​ບັນລຸ​ໄດ້​ໃນ​ການ​ຊຸກຍູ້ ​ແລະ ຮັບປະກັນ​ສິດ​ເສລີພາບໃນ​ການ​ເຫຼື້ອມ​ໃສ​,ສາສະໜາ, ບົດບາດ​ຂອງ​ລັດ​ໃນ​ການ​ປະຕິບັດ​ກອບ​ກົດໝາຍ​ກ່ຽວ​ກັບ​ການ​ເຫຼື້ອມ​ໃສ​ສາສະໜາ ​ແລະ ຄຳໝັ້ນສັນຍາ​ຂອງ​ຫວຽດນາມ ທີ່​ມີ​ຕໍ່​ສາກົນ​ໃນ​ການ​ປົກ​ປ້ອງ ​ແລະ ຊຸກຍູ້​ສິດທິ​ມະນຸດ​ໃນ​ຂົງ​ເຂດ ສິດ​ເສລີພາບໃນ​ການ​ເຫຼື້ອມ​ໃສ​,ສາສະໜາ.

  ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ, ທ່ານ​ຟ້າ​ມຢຸງ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ພາຍ​ໃນທັງ​ເປັນ​ຫົວໜ້າ​ຄະນະ​ສາສະໜາ​ລັດຖະບານຊີ້​ແຈ້ງວ່າ:

   “ສິດ​ເສລີພາບໃນການເຫຼື້ອມໃສ,ສາສະໜາຂອງ​ພົນລະ​ເມືອງ​ຍາ​ມ​ໃດ​ກໍ່​ໄ້ຢືນຢັນ​ໃນ​ລັດຖະທຳ​ມະນູນ​ຂອງ​ລັດ​ຫວຽ​ດນາມ. ​ໃນ​ຊຸມ​ປີຜ່ານມາ, ລັດ​ຫວຽດນາມ ​ໄດ້​ຮັບຮອງ​ຫຼາຍ​ສາສະໜາ, ຍາມ​ໃດ​ລັດ​ກໍ່ສ້າງ​ເງື່ອ​ນໄຂ​ອຳນວຍ​ຄວາມ​ສະດວກ, ຕອບສະໜອງຄວາມ​ຕ້ອງການ​ວັດທະນະທຳເຫຼື້ອມໃສ,ສາສະໜາທີ່​ຊອບ​ທຳ​“.

  ​ທີ່​ກອງ​ປະ​ຊຸມສະມະ​ນາ, ທ່ານ​ນາງ Delphine Malard​ ເລຂາ​ຜູ້​ທີ 1, ຫົວໜ້າ​ຄະນະ​ການ​ເມືອງ, ສື່​ມວນ​ຊົນ ​ແລະ ຖະ​ແຫຼ​ງຂ່າວ, ຄະນະ​ຜູ້​ແທນ​ສະຫະພາບ​ເອີ​ລົບ​ປະຈຳ​ຫວຽດນາມ ​ເນັ້ນໜັກ​ວ່າ:

  “ສະຫະພາບ​ເອີ​ລົບ​ມີ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ເມື່ອ​ມີ​ຮູບ​ບ​ແບບ​ສາສະໜາ​ທີ່​ມີ​ຫຼາຍ​ຮູບ​ຫຼາຍ​ແບບ ​ແຕ່​ພວກ​ຂ້າພະ​ເຈົ້າກໍ່​ມີຫຼັກການຈະ​​ແຈ້ງ, ນັ້ນ​ແມ່ນ​ຮັບປະກັນ​ສິດ​ເສລີພາບ​ດ້ານ​ແນວ​ຄິດ, ການເຫຼື້ອມໃສ, ສາສະໜາ  ​ເໝືອນ​ກັບ​ສິດ​ອັນ​ເປັນ​ພື້ນຖານ​ຂອງ​ມະນຸດ​ແຕ່ລະຄົນ ​ແລະ ​ເໝາະ​ສົມ​ກັບ​ບັນດາ​ມາດຖານ​ສິດທິ​ມະນຸດ ​ໂດຍ​ຫວຽດນາມ ​ໄດ້​ໃຫ້​ສັດຕະຍາບັນ​ແລ້ວ“./.

ຂ່າວ/ບົດ​ອື່ນ