ຫວຽດນາມແລະອີຢິບແບ່ງປັນບົດຮຽນໃນວຽກງານປ້ອງກັນຕ້ານການສໍ້ລາດບັງຫລວງ
ຫວຽດນາມ ແລະ ອີຢິບແບ່ງປັນບົດຮຽນໃນ
ວຽກງານປ້ອງກັນຕ້ານການສໍ້ລາດບັງຫລວງ
(ພາບ: ThaiHai)
(vovworld) - ວັນທີ 14/12 ຢູ່ຮ່າໂນ້ຍ, ທ່ານຮອງຫົວໜ້າອົງການກວດກາລັດຖະບານ ຫງວຽນດຶກແຮ້ງ ພ້ອມກັບການນຳບາງກົມ, ທະບວງກົມ, ຫົວໜ່ວຍຂຶ້ນກັບອົງການກວດກາລັດຖະບານ ຫວຽດນາມ ຕ້ອນຮັບ ແລະ ພົບປະເຈລະຈາກັບຄະນະຜູ້ແທນຂັ້ນສູງອົງການຕິດຕາມກວດກາການບໍລິຫານ ອີຢິບ, ໂດຍຜູ້ຊ່ວຍວຽກປະທານອົງການຕິດຕາມກວດກາການບໍລິຫານ ອີຢິບ ທ່ານ Hesham Ahmed Ossman Hendawy ນຳໜ້າ. ທ່ານຮອງຫົວໜ້າອົງການກວດກາລັດຖະບານ ຫງວຽນດຶກແຮ້ງ ຢືນຢັນວ່າ: ການພົວພັນມິດຕະພາບ, ການຮ່ວມມືລະຫວ່າງ 2 ອົງການໃນຫລາຍປີຜ່ານມາ ຍາມໃດກໍໄດ້ຮັບການເພີ່ມທະວີ ແລະ ປັບປຸງ, ປະກອບສ່ວນເພີ່ມທະວີການພົວພັນມິດຕະພາບ, ການຮ່ວມມືລະຫວ່າງ 2 ປະເທດ ຫວຽດນາມ - ອີຢິບ. ທີ່ການພົບປະເຈລະຈາ, 2 ຝ່າຍພ້ອມກັນແບ່ງປັນຂ້ໍມູນຂ່າວສານກ່ຽວກັບໂຄງປະກອບການຈັດຕັ້ງ, ບົດບາດໜ້າທີ່ ແລະ ສິດອຳນາດຂອງ 2 ອົງການ ກໍຄືໝາກຜົນ, ບົດຮຽນໃນວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫລວງ ແລະ ກຳນົດທິດໃຫ້ວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫລວງຂອງ 2 ປະເທດໃນໄລຍະຈະມາເຖິງ.