ຫວຽດນາມແລະອາເມລິກາມານະພະຍາຍາມສຳເລັດການເຈລະຈາTPP
ພາບປະກອບ
(vovworld) – ວັນທີ 16/9, ທ່ານຮອງນາຍົກລັດຖະມົນຕີ ຫວູວັນນິງ, ເລີ່ມການເຄື່ອນໄຫວຕ່າງໆໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ອາເມລິກາ. ທີ່ການພົບປະກັບຜູ້ຕາງໜ້າການຄ້າ ອາເມລິກາ ທ່ານ Michael Froman, ທ່ານຮອງນາຍົກລັດຖະມົນຕີ ຫວູວັນນີງ ໃຫ້ຮູ້ວ່າ: ຫວຽດນາມ ປາດຖະໜາຢາກຝ່າຍ ອາເມລິກາ ເອົາໃຈໃສ່ເຖິງບັນຫາຫລຸດຜ່ອນພາສີອາກອນໃຫ້ຂະແໜງຕຳ່ແຜ່ນຕັດຫຍິບ ແລະ ເກີບໜັງໃນການເຈລະຈາສັນຍາຄູ່ຮ່ວມມືຂ້າມປາຊີຟິກ (TPP), ພ້ອມທັງສະເໜີໃຫ້ ອາເມລິກາ ພິຈາລະນາລະບຽບການເສດຖະກິດການຕະຫຼາດໃຫ້ແກ່ ຫວຽດນາມ ພາຍຫຼັງການເຈລະຈາສັນຍານີ້ສິ້ນສຸດລົງ. ຫວຽດນາມ ຈະຕັ້ງໜ້າສົມທົບກັບ ອາເມລິກາ ແລະ ບັນດາປະເທດກ່ຽວຂ້ອງຊອກຫາມາດຕະການທີ່ອາດຮັບຮູ້ໄດ້ສຳລັບທຸກໆຝ່າຍ. ຜູ້ຕາງໜ້າການຄ້າ ອາເມລິກາ ໃຫ້ຄຳໝັ້ນສັນຍາຈະສ້າງເງື່ອນໄຂອຳນວຍຄວາມສະດວກເພື່ອຍົກອອກຂໍ້ສະເໜີ ແລະ ວິທີສຳພັດເໝາະສົມທີ່ສຸດສຳລັບບັນດາຜະລິດຕະພັນຕຳ່ແຜ່ນຕັດຫຍິບ ແລະ ເກີບໜັງໃຫ້ແກ່ ຫວຽດນາມ, ພ້ອມທັງສະເໜີ ຫວຽດນາມ ສ້າງເງື່ອນໄຂເພື່ອໃຫ້ຊີ້ນໝູ ແລະ ຊີ້ສັດປີກຂອງ ອາເມລິກາ ເຂົ້າຕະຫຼາດ ຫວຽດນາມ.
ທ່ານຮອງນາຍົກລັດຖະມົນຕີ ຫວູວັນນິງ ຍັງມີການພົບປະກັບທ່ານລັດຖະມົນຕີກະຊວງການເງິນ ອາເມລິກາ Jack Lew, ລັດຖະມົນຕີກະຊວງການຄ້າ ອາເມລິກາ Penny Pritzker…