ຫວຽດນາມແລະແບນຊີກແລກປ່ຽນ ບົດຮຽນປ້ອງກັນຊາດປ້ອງກັນຄວາມສະຫງົບ

ຫວຽດນາມແລະແບນຊີກແລກປ່ຽນ  ບົດຮຽນປ້ອງກັນຊາດປ້ອງກັນຄວາມສະຫງົບ - ảnh 1
ພາບປະກອບ:internet


(vovworld)- ແຕ່ວັນທີ 29/9-2/10, ຄະນະຜູ້ແທນກຳມາທິການປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບຂອງສະພາແຫ່ງຊາດຫວຽດນາມ ໂດຍທ່ານ ຫງວຽນກີມທວາ, ຫົວຫນ້າກຳມາທິການດັ່ງກ່າວນຳຫນ້າ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ ລາຊະ​ອານາຈັກ​ແບນ​ຊີກ. ທີ່​ການ​ເຮັດ​ວຽກ​ກັບ​ກຳມາ​ທິການ​ປ້ອງ​ກັນຊາ​ດ ສະພາ​ຕຳ່​ແບນ​ຊີກ ​​ໃນ​ວັນ​ທີ 1/10, ທ່ານ Filip De Man ຫົວຫນ້າ ກຳມາ​ທິການ​ປ້ອງ​ກັນຊາ​ດ ສະພາ​ຕຳ່ ​ແບນ​ຊີກ ​ໄດ້​ແນະນຳ​ກັບ​ຄະນະ​ຜູ້​ແທນ​ຫວຽດນາມ ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຂອງ​ກອງທັບ ​ແບກ​ຊີກ, ບົດບາດ​ຂອງ​ກຳມາ​ທິການ​ປ້ອງ​ກັນຊາ​ດ ສະພາ​ຕຳ່​ແບນ​ຊີກ ​ໃນ​ການ​ສ້າງ​ບັນດາ​ໂຄງການ​ເຄື່ອນ​ໄຫວ​ຂອງ​ກອງທັບ ​ແບນ​ຊີກ ຢູ່​ຕ່າງປະ​ເທດ, ບັນດາ​ຂໍ້​ກຳນົດ​ດ້ານ​ກົດໝາຍ​ໃນ​ການກໍ່ສ້າງ​ກອງທັບ.  ສ່ວນ​ທ່ານ ຫງວຽນ​ກີ​ມທວາ ​ໃຫ້​ຮູ້​ວ່າ: ຫວຽດນາມ ປາດ​ຖະຫນາ​ຢາກ​ຮັບ​​ເອົາ​ບົດຮຽນ​ຂອງ​ແບກ​ຊີກ ​ໃນ​ການ​ເຂົ້າ​ຮ່ວມ​ປະຕິບັດ​ຫນ້າ​ທີ່​ສາກົນ ກໍ​ຄື ​ໄດ້​ຮັບ​ການ​ສະຫນັບສະຫນູນ​ຈາກ​ຝ່າຍ​ແບນຊີກ ທີ່​ເວທີ​ປາ​ໄສ​ຫລາຍ​ຝ່າຍ ພິ​ເສດ​ແມ່ນ​ບັນຫາ​ຄວາມ​ໝັ້ນຄົງ ​ແລະ ທະ​ເລ​ຕາ​ເວັນ​ອອກ.

 

 

ຂ່າວ/ບົດ​ອື່ນ