(vovworld) - ໃນລະຫວ່າງວັນທີ 23 – 24/06, ຢູ່ນະຄອນຫຼວງ Maputo, ສະຖານທູດຫວຽດນາມ ປະຈຳໂມຊຳບິກ ໄດ້ສົມທົບກັບທູດການຄ້າຫວຽດນາມ ປະຈຳອາຟລິກາໃຕ້ທັງຢູ່ໂມຊຳບິກ, ພະແນກອຸດສາຫະກຳການຄ້ານະຄອນຮ່າໂນ້ຍ ຈັດຕັ້ງງານພົບປະແລກປ່ຽນລະຫວ່າງວິສາຫະກິດຫວຽດນາມ - ໂມຊຳບິກ ແລະ ເປີດຮ້ານວາງສະແດງຜະລິດຕະພັນ “Made in Viet Nam”, ເພື່ອແນໃສ່ເພີ່ມທະວີການຮ່ວມມືດ້ານເສດຖະກິດ, ການຄ້າລະຫວ່າງ 2 ປະເທດ.
ກ່າວຄຳເຫັນທີ່ພິທີ, ທ່ານ ຫວູແທ່ງນາມ, ອຸປະທູດສະຖານທູດຫວຽດນາມ ປະຈຳໂມຊຳບິກ ເນັ້ນໜັກວ່າ, ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນແມ່ນໜຶ່ງໃນບັນດາບຸລິມະສິດຢ່າງໃຫຍ່ຫຼວງຂອງການນຳຂັ້ນສູງ 2 ປະເທດ ທີ່ໄດ້ເຫັນດີເປັນເອກະພາບນຳກັນໃນການຢ້ຽມຢາມທາງລັດຖະກິດເຖິງໂມຊຳບິກ ຂອງທ່ານອະດີດປະທານປະເທດ ເຈືອງເຕີນຊາງ (ເມື່ອເດືອນ 03/2016). ງານພົບປະແລກປ່ຽນຄັ້ງນີ້ແມ່ນການເຄື່ອນໄຫວແທດຈິ່ງ, ມີປະສິດທິຜົນ, ຜ່ານນີ້ໄດ້ຊ່ວຍໃຫ້ວິສາຫະກິດ 2 ປະເທດມິຄວາມເຂົ້າໃຈເຊິ່ງກັນແລະກັນກວ່າ ແລະ ຊ່ວຍໃຫ້ວິສາຫະກິດຫວຽດນາມ ແຊກແຊງເຂົ້າຕະຫຼາດໂມຊຳບິກ ຢ່າງເລິກເຊິ່ງກວ່າ.