ຫວຽດນາມໃຫ້ຄໍາໝັ້ນສັນຍາປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ

(VOVWORLD) -ໃນຂອບເຂດເວທີປາໄສການເມືອງຂັ້ນສູງ (HLPE) ກ່ຽວກັບການພັດທະນາແບບຍືນຍົງຂອງສະພາເສດຖະກິດ - ສັງຄົມ ສະຫະປະຊາຊາດ. ວັນທີ 16 ກໍລະກົດ, ຢູ່ສໍານັກງານສະຫະປະຊາຊາດ, ນິວຢັອກ, ຄະນະຜູ້ແທນຫວຽດນາມ ໂດຍທ່ານ ຫງວຽນເທ໋ເຟືອງ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ເປັນຫົວໜ້າຄະນະ ໄດ້ນໍາສະເໜີບົດລາຍງານ (VNR) ກ່ຽວກັບການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ (SDG). 

ຫວຽດນາມໃຫ້ຄໍາໝັ້ນສັນຍາປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ - ảnh 1 ທ່ານ ຫງວຽນເທ໋ເຟືອງ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ແລະ ທ່ານນາງເອອັກຄະລັດຖະທູດ ຫງວຽນເຟືອງງາ ແລະ ຫົວໜ້າຄະນະຜູ້ແທນຫວຽດນາມ ປະຈໍາ ສປຊ

(ພາບ: vietnam+)

ນະທີ່ນີ້, ທ່ານຮອງລັດຖະມົນຕີ ຫງວຽນເທ໋ເຟືອງ ຢັ້ງຢືນ ຫຼັກໝັ້ນ ກ່ຽວກັບການພັດທະນາແບບຍືນຍົງ ເຊິ່ງຫວຽດນາມ ໄດ້ສົມທົບປະຕິບັດໃນບັນດາຍຸດທະສາດ, ແຜນການພັດທະນາເສດຖະກິດ - ສັງຄົມ ແລະ ໄດ້ຫັນເປັນລະອຽດໃນບັນດາແຜນນະໂຍບາຍດໍາເນີນງານແຫ່ງຊາດ ປະຕິບັດໂຄງການດໍາເນີນງານ ປີ 2030 ດ້ວຍ 115 ເປົ້າໝາຍລະອຽດ ໃຫ້ສອດຄ່ອງກັບເງື່ອນໄຂ ແລະ ບຸລິມະສິດພັດທະນາຂອງປະເທດ. ຫວຽດນາມກໍມີບັນດາບາດກ້າວເດີນໃນການເພີ່ມທະວີຄວາມສະເໝີພາບລະຫວ່າງຍິງ - ຊາຍ ໃນທຸກຂົງເຂດ ຄື ການເມືອງ, ເສດຖະກິດ, ວັດທະນະທໍາ ແລະ ສັງຄົມ.

        ໄປຄຽງຄູ່ກັນນັ້ນ, ຫວຽດນາມກໍເພີ່ມທະວີການເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເລິກເຊິ່ງ. ພ້ອມທັງຊຸກຍູ້ບັນດາການພົວພັນຄູ່ຮ່ວມມືໃນທົ່ວໂລກ, ບັນດາການພົວພັນຄູ່ຮ່ວມມືລະຫວ່່າງ ພາກລັດ - ເອກະຊົນ  ຢ່າງແຮງ ເພື່ອຮັບປະກັນແຫຼ່ງກໍາລັງໃຫ້ແກ່ການພັດທະນາແບບຍືນຍົງ.

        ຫຼັງຈາກສິ້ນສຸດການສະເໜີບົດລາຍງານຂອງທ່ານຫົວໜ້າຄະນະຫວຽດນາມ ແລ້ວ, ໄດ້ດໍາເນີນການໂອ້ລົມສົນທະນາກັບບັນດາຜູ້ແທນຕ່າງປະເທດ. ບັນດາຜູ້ແທນເຂົ້າຮ່ວມ ໄດ້ຮັບຮູ້ ແລະ ຕີລາຄາສູງຄວາມມະນາພະຍາຍາມ, ຜົນງານ ແລະ ຄໍາໝັ້ນສັນຍາຂອງຫວຽດນາມໃນການພັດທະນາແບບຍືນຍົງ, ອັນໄດ້ສະແດງໃຫ້ເຫັນເຖິງຄວາມຈິງຈັງຂອງຫວຽດນາມ. ພ້ອມກັນນັ້ນ, ສະເໜີໃຫ້ຫວຽດນາມ ຈົ່ງແບ່ງປັນບົດຮຽນໃນການສົມທົບປະຕິບັດບັນດາເປົ້າໝາຍ ພັດທະນາແບບຍືນຍົງເຂົ້າໃນບັນດາຍຸດທະສາດ, ແຜນການພັດທະນາເສດຖະກິດ - ສັງຄົມ ແຫ່່ງຊາດ. 

ຕອບກັບ

ຂ່າວ/ບົດ​ອື່ນ