ທ່ານນາງ ຫງວຽນເຟືອງງາ ທີ່ກອງປະຊຸມຂອງ ສປຊ
(ພາບ: TTXVN)
|
(vovworld) – ວາລະປຶກສາຫາລືລວມຂັ້ນສູງຂອງສະພາເສດຖະກິດ - ສັງຄົມ (ECOSOC) ແລະ ເວທີປາໄສການເມືອງຂັ້ນສູງ ກ່ຽວກັບການພັດທະນາແບບຍືນຍົງດຳເນີນໄປໃນວັນທີ 8/7, ທີ່ສຳນັກງານ ສປຊ, ຢູ່ນະຄອນ ນິວຢອກ, ປະເທດອາເມລິກາ. ນີ້ແມ່ນການເຄື່ອນໄຫວໃນຂອບເຂດວາລະປະຊຸມຂັ້ນສູງປະຈຳປີຂອງ ECOSOC, ດຶງດູດການເຂົ້າຮ່ວມຂອງບັນດາລັດຖະມົນຕີຮ່ວມມືພັດທະນາ, ການເງິນ ປະເທດຕ່າງໆ. ຫົວຂໍ້ຕົ້ນຕໍຂອງວາລະປຶກສາຫາລືປີນີ້ແມ່ນ “ບັນດາບັນຫາໃນວິວັດການຫັນປ່ຽນຈາກເປົ້າໝາຍສະຫັດສະຫວັດ (MDGs) ຜ່ານບັນດາເປົ້າໝາຍພັດທະນາແບບຍືນຍົງ (SDGs)”
ກ່າວຄຳເຫັນທີ່ວາລະປຶກສາຫາລື, ທ່ານນາງ ຫງວຽນເຟືອງງາ, ເອກອັກຄະລັດຖະທູດ, ຫົວໜ້າຄະນະປະຕິບັດງານ ຫວຽດນາມ ປະຈຳ ສປຊ ໄດ້ຊີ້ແຈ້ງບັນດາຜົນງານຂອງ ຫວຽດນາມ ໃນການປະຕິບັດ MDGs. ໃນນັ້ນຢັ້ງຢືນ ຫວຽດນາມ ບັນລຸໄດ້ເກືອບ ບັນດາ MDGs ເກືອບທັງໝົດ ແລະ ພວມຢູ່ໃນວິວັດການປະຕິບັດ SDGs ຕາມທິດນຳຖືມະນຸດເປັນໃຈກາງຂອງທຸກໆນະໂຍບາຍພັດທະນາ. ທ່ານນາງ ຫງວຽນເຟືອງງາ ແບ່ງປັນເລື່ອງປະຕິບັດສຳເລັດໂຄງການດຳເນີນງານພັດທະນາໃໝ່ຮຽກຮ້ອງຕ້ອງມີເຈດຈຳນົງ ແລະ ຄຳໝັ້ນສັນຍາຂອງທຸກໆປະເທດ, ພິເສດແມ່ນການໜູນຊ່ວຍທີ່ຈຳເປັນຂອງບັນດາປະເທດພັດທະນທີ່ມີຕໍ່ກບັນດາປະເທດພວມພັດທະນາ, ຕີລາຄາສູງບົດບາດຂອງ ECOSOC ໃນວິວັດຜັນຂະຫຍາຍການປະຕິບັດບັນດາ SDGs. ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ ຢັ້ງຢືນວ່າ: ຫວຽດນາມ ຈະຕັ້ງໜ້າປະກອບສ່ວນເຂົ້າໃນການເພີ່ມທະວີບົດບາດຂອງ ECOSOC ແລະ ປາດຖະໜາຢາກໄດ້ຮັບການສະໜັບສະໜູນຈາກປະເທດຕ່າງໆເພື່ອໃຫ້ ຫວຽດນາມ ກາຍເປັນສະມາຊິກຂອງ ECOSOC ອາຍຸການ 2016 – 2018.