ຫວຽດນາມ-ໄທສົມທົບກັນຄຸ້ມຄອງ,ຕິດຕາມກວດກາການເຄື່ອນໄຫວຂຸດຄົ້ນສິນໃນນ້ຳບົນທະເລ

ຫວຽດນາມ-ໄທສົມທົບກັນຄຸ້ມຄອງ,ຕິດຕາມກວດກາການເຄື່ອນໄຫວຂຸດຄົ້ນສິນໃນນ້ຳບົນທະເລ - ảnh 1
(ພາບປະກອບ: tuoitre)

(vovworld) – ​ຕອນ​ບ່າຍ​ວັນ​ທີ 24/09, ທ່ານ​ຮອງ​ຫົວໜ້າ​ກົມ​ອາຊີ - ກະຊວງການ​ຕ່າງປະ​ເທ​ດ​ໄທ ທານີ ​ແສງຣັດ ​ແລະ ທ່ານ​ນາງ​ຫົວ​ໜ້າສະຖານ​ກົງ​ສູນ​ສະຖານທູ​ດ​ແຫ່​ງລາຊະ​ອານາຈັກ​ໄທ ​ປະຈຳ​ນະຄອນ​ໂຮ່ຈິ​ມິນ ​ພັນ​ພິມົນ ສຸວັນ​ໂພງ, ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ແຂວງ​ກຽນ​ຢາງ ກ່ຽວ​ກັບ​ສະພາບ​ການ​ຫາ​ປາຂອງ​ຊາວ​ປະມົງ​ຢູ່​ເຂດ​ທະ​ເລ​​ຊ້ອນກັນທີ່ຕິດ​ກັບ​​ເຂດ​ນານ​ທະ​ເລ​ຫວຽດນາມ ​ແລະ ​​ໄທ. ທີ່​ການ​ເຮັດ​ວຽກ, 2 ຝ່າຍ​ໄດ້​ແລກປ່ຽນ​ກ່ຽວ​ກັບ​ຂໍ້​ກຳນົດ​ນະ​ໂຍບາຍ​ກົດໝາຍ​ຂອງ 2 ປະ​ເທດ​ໃນ​ການ​ຂຸດ​ຄົ້ນ​ທະ​ເລ; ບັນດາ​ບັນຫາ​ຮ່ວມ​ມື​ພັດທະນາ​ໃນ​ຂົງ​ເຂດ​ສິນ​ໃນ​ນ້ຳ​ລະຫວ່າງ​ແຂວງ​ກຽນ​ຢາງ ​ແລະ ​ໄທ ​ໃນ​ໄລຍະ​ຈະ​ມາ​ເຖິງ. 2 ຝ່າຍ​ສະ​ເໜີ​ຕໍ່​ອົງການ​ກ່ຽວຂ້ອງ​ຂອງ 2 ປະ​ເທດ ຕ້ອງ​ເພີ່ມ​ທະວີ​ວຽກ​ງາ​ນ​ໂຄສະນາ, ຂົນຂວາຍ ​ແລະ ​ແຈ້ງ​ຂ່າວ​ໃຫ້​ຊາວ​ປະມົງ​ເຂົ້າ​ໃຈ​ກ່ຽວ​ກັບ​ກົດໝາຍ​ສາກົນ​, ກົດໝາຍ​ວ່າ​ດ້ວຍ​ທະ​ເລ ​ແລະ ບັນດາ​ນະ​ໂຍບາຍຄຸ້ມ​ຄອງ, ຕິດຕາມ​ກວດກາ​ການ​ຂຸດ​ຄົ້ນ​ສິນ​ໃນ​ນ້ຳ​ໃນ​ເຂດ​ທະ​ເລ​ຊ້ອນ​ກັນ​ລະຫວ່າງ​ຫວຽດນາມ - ​ໄທ ຢ່າງຈະ​ແຈ້ງ. 2 ຝ່າຍ​ຮຽກຮ້ອ​ງ​ໃຫ້ ກຳລັງ​ກວດກາ​ການ​ປະມົງ​ຂອງ 2 ປະ​ເທດ​ບໍ່​ນຳ​ໃຊ້​ອາວຸດ ຫຼື ນາບ​ຂູ່​ນຳ​ໃຊ້​ອາວຸດ​ສຳລັບ​ບັນດາ​ຊາວ​ປະມົງ ​ເມື່ອ​ເຂົ້າ​ຮ່ວມ​ການ​ຂຸດ​ຄົ້ນ​ສິນ​ໃນ​ນ້ຳ​ຢູ່​ເຂດ​ທະ​ເລ​​ຊ້ອນກັນລະຫວ່າງ 2 ປະ​ເທດ. ພ້ອມ​ກັນ​ນັ້ນ, 2 ປະ​ເທດ​ຕ້ອງ​ສ້າງ​ໂທລະ​ສັບ​ສາຍ​ດ່ວນ​ເພື່ອ​ແກ້​ໄຂ ​ແລະ ໜູນ​ຊ່ວຍ​ຊາວ​ປະມົງ​ 2 ປະ​ເທດຢ່າງ​ທັນ​ການ.

ຂ່າວ/ບົດ​ອື່ນ