ຫວຽນາມແລະນິວຊີແລນຊຸກຍູ້ການຮ່ວມມືກ່ຽວກັບຮັບປະກັນສຸຂະອະນາໄມດ້ານອາຫານ

ຫວຽນາມແລະນິວຊີແລນຊຸກຍູ້ການຮ່ວມມືກ່ຽວກັບຮັບປະກັນສຸຂະອະນາໄມດ້ານອາຫານ - ảnh 1
ຫວຽດນາມ ​ແລະ ນິວຊີ​ແລນ​ ລົງ​ນາມ​ແຜນການ​ດຳ​ເນີນ​ງານ
(ພາບ: nongnghiep.vn)

(vovworld) – ​ ຫວຽດນາມ ​ແລະ ນິວຊີ​ແລນ ຊຸກຍູ້​ການ​ຮ່ວມ​ມື​ກ່ຽວ​ກັບຮັບປະກັນ​ສຸຂະ​ອະນາ​ໄມ​ດ້ານ​ອາຫານ ນີ້​ແມ່ນ​ຄຳ​ຢືນຢັນ​ຂອງ​ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ກາວ​ດືກຟ໋າດ ​ແລະ ທ່ານນາງລັດຖະມົນຕີ​ວ່າການ​ກະຊວງ ສຸຂະ​ອະນາ​ໄມ​​ອາຫານ ນິວຊີ​ແລນ Goodhew ທີ່​ການ​ພົບ​ປະ​ເຈລະຈາດຳ​ເນີນ​ໃນ​ວັນ​ທີ 27/7 ຢູ້ຮ່າ​ໂນ້ຍ. ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ກາວ​ດືກຟ໋າດ ​ໃຫ້​ຮູ້​ວ່າ: ບັນຫາ​ຮັບປະກັນສຸຂະ​ອະນາ​ໄມ​ດ້ານ​ອາຫານພາຍ​ໃນ​ປະ​ເທດ ​ແລະ ສົ່ງ​ອອກໄດ້ ຮັບ​ຄວາມ​ເອົາ​ໃຈ​ໃສ່​ທີ່​ສຸດຈາກ ຫວຽດນາມ ​ແລະ ​ແມ່ນ​ໜ້າ​ທີ່​ຈຸດ​ສຸມ​ຂອງ​ຂະ​ແໜງ​ໃນ​ປີ​ນີ້ ​ແລະ ຊຸມ​ປີ​ຕໍ່​ໄປ. ​ໂດຍ​ຜ່ານ​ໂຄງການ​ຮ່ວມ​ມື, ຫວຽດນາມ ​ແລະ​ ນິວຊີ​ແລນ ​ແບ່ງປັນ​ບົດຮຽນ​ໃນ​ຂົງ​ເຂັດ​ບຳລຸງ​ສ້າງ​ພະນັກງານ; ກໍ່ສ້າງ​ລະບອບ​ລະບຽບ​ການ ​ແລະ ຜັນ​ຂະຫຍາຍ​ບັນດາ​ເນື້ອ​ໃນ​ກ່ຽວ​ກັບການ​ຮັບ​ປະກັນສຸຂະ​ອະນາ​ໄມ​ດ້ານ​ອາຫານ ​ໃນ​ຂົງ​ເຂດ​ກະສິກຳ, ພິ​ເສດ​ແມ່ນ​ສ້າງ​ບັນດາ​ຮູບ​ແບບລະບົບສະໜອງ​ອາຫານຮັບປະກັນ​ສຸຂະ​ອະນາ​ໄມ​ເນື່ອງ​ໃນ​ໂອກາດ​ນີ້, ຫວຽດນາມ ​ແລະ ນິວຊີ​ແລນ​ ໄດ້ລົງ​ນາມ​ໃນ “​ແຜນການ​ດຳ​ເນີນ​ງານ​ກ່ຽວ​ກັບການ​ຮັບປະກັນສຸຂະ​ອະນາ​ໄມ​ດ້ານ​ອາຫານ ​ແລະ ມາດ​ຄະ​ການ​ຮັບປະກັນ​ສຸຂະ​ອະນາ​ໄມສັດ, ພືດ” ​ແລະ “ຂໍ້​ຕົກລົງ​ກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ຂົງ​ເຂດຮັບປະກັນສຸຂະ​ອະນາ​ໄມ​ດ້ານ​ອາຫານ”.


ຂ່າວ/ບົດ​ອື່ນ