ຫົວໂປ່ກຸ່ມໜຶ່ງຂຶ້ນກັບ Al-Qaeda ຢູ່ ອິນໂດເນເຊຍ ຖືກສານຕັດສິນລົງໂທດຢ່າງເຂັ້ມງວດ

(VOVWORLD) - ສານຕັດສິນລົງໂທດຈຳຄຸກ 7 ປີສຳລັບ Para Wijayanto ຫົວໂປ່ກຸ່ມ Jemaah Islamiyah, ຂຶ້ນກັບເຄືອຂ່າຍກໍ່ການຮ້າຍສາກົນ Al-Qaeda ຢູ່ ອິນໂດເນເຊຍ.
ຫົວໂປ່ກຸ່ມໜຶ່ງຂຶ້ນກັບ Al-Qaeda ຢູ່ ອິນໂດເນເຊຍ ຖືກສານຕັດສິນລົງໂທດຢ່າງເຂັ້ມງວດ - ảnh 1ສານຕັດສິນລົງໂທດຈຳຄຸກ 7 ປີສຳລັບ Para Wijayanto ຫົວໂປ່ກຸ່ມ Jemaah Islamiyah (ພາບ: AFP/TTXVN)

  ການຕັດສິນລົງໂທດໃນວັນທີ 20 ກໍລະກົດ, ສານຂອງເມືອງ ຈາກາກຕາຕາເວັນອອກ ຂອງ ອິນໂດເນເຊຍ ໄດ້ ກ່າວຜູ້ໂທດ Para Wijayanto, ອາຍຸ 55 ປີ, ດ້ວຍການກະທຳຜິດວ່າ ມີກົນອຸບາຍປະຕິບັດການກໍ່ການຮ້າຍ, ປຸກປັ່ນຍຸຍົງບັນດາເປົ້າໝາຍຫົວຮຸນແຮງປະຕິບັດບັນດາການກະທຳມ້າງທຳລາຍອຳນາດການປົກຄອງ, ສ້າງຈິດສຳນຶກກະທຳສົງຄາມສັກສິດ, ກໍ່ຄວາມຢ້ານກົວໃນຊຸມຊົນ.

        ຕາມນັກໄອຍະການແລ້ວ, Para Wijayanto ມີສ່ວນກ່ຽວຂ້ອງເຖິງບັນດາເຫດບຸກໂຈມຕີກໍ່ການຮ້າຍຢູ່ປະເທດອາຊີຕາເວັນອອກສ່ຽງໃຕ້ນີ້. ຈຳນວນຜູ້ເສຍຊີວິດຍ້ອນບັນດາເຫດບຸກໂຈມຕີແມ່ນປະມານ 230 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ