ຫົວໜ້າ IS ຮຽກຮ້ອງ ປຸກລະດົມບັ້ນບຸກໂຈມຕີໃນທົ່ວໂລກ

ຫົວໜ້າ IS ຮຽກຮ້ອງ ປຸກລະດົມບັ້ນບຸກໂຈມຕີໃນທົ່ວໂລກ - ảnh 1
(ພາບປະກອບ)

(vovworld) – ຫົວໜ້າ​ກຸ່ມ “ລັດ​ອິດ​ສະ​ລາມ” ອ້​າງ​ຊື່​ເອງ (IS) Abu Bakr al Baghdadi ​ໄດ້​ຮຽກຮ້ອງ​ດຳ​ເນີນ​ບັນດາ​ການ​ປຸກ​ໂຈມ​ຕີ​ແນ​ໃສ່ ຊາ​ອູ​ດີ ອາຣາ​ເບຍ, ​ເນັ້ນ​ໜັກ​ວ່າ​ລາຊະ​ອານາຈັກຂອງ​ລາວ​ພວມ​​ເປີດ​ກວ້າງ​ອອກ​ສູ່ທົ່ວ​ໂລກ ອາຣັບ, ພ້ອມ​ທັງ​ກະຕຸກ​ຊຸກຍູ້​ບັ້ນ​ບຸກ​ໂຈມ​ຕີ​ໃນ​ທົ່ວ​ໂລກ. ​ໃນ​ເທບ​ອັດ​ສຽງ​ທີ່​ໄດ້​ຮັບ​ຖື​ວ່າ​​ແມ່ນຂອງ Baghdadi ​​ໃນ​ແວບ​ໄຊ​​ຕ່າງໆ ​ໃນ​ວັນ​ທີ 13/11, Baghdadi ​ກໍ່​ຖື​ວ່າ​ບັ້ນ​ຮົບ​ການ​ທະຫານ​ໂດຍ​ອາ​ເມ​ລິ​ກາ​ ນຳ​ໜ້າ​ແນ​ໃສ່ຕ້ານ IS ຢູ່​ຊີຣີ ​ແລະ ອີຣັກ ຈະ​ປະລາ​ໄຊ. ​ເທບ​ອັດ​ສຽງ​ທີ່ຍາວ 17 ນາ​ທິດັ່ງກ່າວ​ໄດ້​ປະກາດ​ພາຍ​ຫຼັງເກີດ​​ຂ່າວ​ຄາວ​ທີ່​ວ່າ ບັນດາ​ການ​ບຸກ​ໂຈມ​ຕີ​ແນ​ໃສ່​ກຸ່ມ​ຫົວໜ້າ IS ​ໄດ້​​ເຮັດ​ໃຫ້ Baghdadi ​​ເສຍ​ຊີວິດ ຫຼື ຖືກ​ບາດ​ເຈັບ 2 – 3 ວັນ.

ຂ່າວ/ບົດ​ອື່ນ