ຫົວໜ້າກົມໃຫ່ຍການເມືອງ ກອງທັບປະຊາຊົນປະຕິວັດລາວ ຢ້ຽມຢາມສັນຖະວະໄມຕີຫວຽດນາມ
ທ່ານເລຂາທິການໃຫ່ຍ Nguyen Phu Trong ໃຫ້ການຕ້ອນຮັບ
ທ່ານພົນຕີແສງນວນ ໄຊຍະລາດ
(ພາບ:hanoimoi.com.vn)
( vovworld ) – ວັນທີ 6/8, ທ່ານເລຂາທິການໃຫ່ຍພັກກອມມູນິດຫວຽດນາມ Nguyen Phu Trong ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຂັ້ນສູງກອງທັບປະຊາຊົນລາວ ໂດຍທ່ານພົນຕີແສງນວນ ໄຊຍະລາດ ຫົວໜ້າກົມໃຫ່ຍການເມືອງກອງທັບປະຊາຊົນປະຕິວັດລາວ ຊື່ງພວມຢູ່ຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ທ່ານເລຂາທິການໃຫ່ຍ Nguyen Phu Trong ໄດ້ອວຍພອນທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດລາວ ແສງນວນ ໄຊຍະລາດ ທີ່ໄດ້ຮັບຫຼຽນໄຊເອກະລາດຊັ້ນ 1 ໂດຍພັກ, ລັດຫວຽດນາມ ມອບໃຫ້ໃນໂອກາດສອງປະເທດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ແລະ 35 ປີແຫ່ງວັນເຊັນສົນທິສັນຍາມິດດຕະພາບ ແລະ ການຮ່ວມມືລະຫວ່າງ 2 ປະເທດ. ທ່ານເລຂາທິການໃຫ່ຍ Nguyen Phu Trong ຫວັງວ່າ, ກະຊວງປ້ອງກັນປະເທດຂອງສອງປະເທດຈະສືບຕໍ່ສົມທົບກັນຜັນຂະຫຍາຍປະຕິບັດອະນຸສັນຍາທີ່ໄດ້ລົງນາມຢ່າງມີປະສິດທິຜົນ, ຮັບປະກັນຄວາມສະຫງົບປອດໄພ, ການເມືອງ, ຄວາມເປັນລະບຽບຮຽບຮ້ອງທາງສັງຄົມຢູ່ແຕ່ລະປະເທດ; ເພີ່ມທະວີການຮ່ວມມື, ແລກປ່ຽນຄະນະຜູ້ແທນ.
ຕອນບ່າຍຂອງວັນດຽວກັນ, ຄະນະຜູ້ແທນຂັ້ນສູງກອງທັບປະຊາຊົນຫວຽດນາມ ໂດຍທ່ານພົນໂທ Ngo Xuan Lich ເປັນຫົວໜ້າຄະນະ ໄດ້ມີການເຈລະຈາກັບຄະນະຜູ້ແທນຂັ້ນສູງກອງທັບປະຊາຊົນລາວ ໂດຍທ່ານພົນຕີແສງນວນ ໄຊຍະລາດ ເປັນຫົວໜ້າຄະນະ. ສອງຝ່າຍໄດ້ແລກປ່ຽນບັນດາບັນຫາກ່ຽວກັບສະພາບການຂອງແຕ່ລະປະເທດ, ພາກພື້ນ ແລະ ສາກົນ; ແຈ້ງໃຫ້ກັນຊາບໝາກຜົນຂອງການດຳເນີນການເຄື່ອນໄຫວສະເຫຼີມະຫຼອງ “ປີແຫ່ງຄວາມສາມັກຄີມິດຕະພາບຫວຽດນາມ-ລາວ“, ສະເຫຼີມ ສະຫຼອງ 50 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ແລະ 35 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ-ລາວ; ເຫັນດີເປັນເອກະພາບທິດທາງການຮ່ວມມືໃນໄລຍະທີ່ຈະມາເຖິງຄື: ແລກປ່ຽນຄະນະຜູ້ແທນ, ແລກປ່ຽນບົດຮຽນໃນວຽກງານສຶກສາອົບຮົມດ້ານການເມືອງ, ແນວຄິດ, ວຽກງານພັກ, ວຽກງານການເມືອງ… ໃນວັນດຽວກັນ, ທ່ານພົນເອກ Phung Quang Thanh ກຳມະການກົມການເມືອງ, ຮອງເລຂາຄະນະພັກກອງທັບສູນກາງ, ລັດຖະມົນຕີວ່າການກະຊວງປ້ອງກັນປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານພົນຕີແສງນວນ ໄຊຍະລາດ ພ້ອມດ້ວຍບັນດາສະມາຊິກໃນຄະນະຢ່າງສະໜິດສະໜົມ.