ຫົວໜ້າຄະນະກຳມະການກວດກາສູນກາງໂງວັນຢຸໄດ້ອາໄລພົນເອກຫວໍຫງວຽນຢ໋າບ

ຫົວໜ້າຄະນະກຳມະການກວດກາສູນກາງໂງວັນຢຸໄດ້ອາໄລພົນເອກຫວໍຫງວຽນຢ໋າບ - ảnh 1
ທ່ານໂງ​ວັນ​ຢຸ ມອບຂອງຂວັນ​ໃຫ້ທະຫານ​ເສຍ​ອົງຄະ,ທະຫານ​ເຈ​ັບປ່ວຍ
(ພາບ: daidoanket.vn)

(vovworld) – ​​ຕອນ​ບ່າຍ​ວັນ​ທີ 26/7, ກຳມະການ​ກົມ​ການ​ເມືອງ, ​ເລຂາ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ກຳມະການ​ກວດກາ​ສູນ​ກາງ ທ່ານ ​ໂງ​ວັນ​ຢຸ ​ໄດ້​ວາງ​ພວງມາລາ ​ແລະ ຖະຫວາຍ​ທູບ​ທຽນ​ອາ​ໄລ​ຫາ​ພົນ​ເອກ ຫວໍ​ຫງວຽນ​ຢ໋າບ ທີ່ສຸສານຂອງ​ພົນ​ເອກ​ຢູ່ ຫວູງຈົ່ວ, ​ເມືອງ​ກວາງ​​ແຈກ, ​ແຂວງ​ກວາງ​ບິ່ງ.

        ກ່ອນ​ໜ້າ​ນັ້ນ, ຕອນ​ເຊົ້າ​ວັນ​ທີ 26/7, ທ່ານ ​ໂງ​ວັນ​ຢຸ ຢ້ຽມ​ຢາມ ​ແລະ ​ເຮັ​ດວຽກ​ກັບ​ອົງຄະ​ນະ​ພັກ, ອຳນາດ​ການ​ປົກຄອງ, ປະຊາຊົນ​ຕາ​ແສງ ຮວາ​ຖຸຍ, ​ເມືອງ ​ເລ້​ຖຸຍ ​ແຂວງ​ກວາງ​ບິ່ງ. ​ເນື່ອງ​ໃນ​ໂອກາດ​ນີ້ ທ່ານ ​ໂງ​ວັນ​ຢຸ ມອບຂອງຂວັນ​ 20 ພຸດ ໃຫ້​ແມ່​ ຫວຽດນາມ ວິລະ​ຊົນ, ທະຫານ​ເສຍ​ອົງຄະ, ທະຫານ​ເຈ​ັບປ່ວຍ, ຄອບຄົວ​ນະ​ໂຍບາຍ ຢູ່​ຕາ​ແສງ ຮວາ​ຖຸຍ, ​ເມືອງ ​ເລ້​ຖຸຍ ​ແຂວງ​ກວາງ​ບິ່ງ.

ດິ່ງ​ທ້ຽວ, ນັກ​ຂ່າວ VOV ປະຈຳ​ພາກກາງ

 

ຂ່າວ/ບົດ​ອື່ນ