ຫົວໜ້າຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມອາໄສຢູ່ຕ່າງປະເທດພົບປະກັບ ປະຊາຄົມຊາວຫວຽດນາມຢູ່ມາເກົາ(ຈີນ)
ທ່ານ ຫວູຮົ່ງນາມພົບປະກັບ ຜູ້ຕາງໜ້າປະຊາຄົມຊາວ
ຫວຽດນາມ ຢູ່ ເຂດບໍລິຫານພິເສດ ມາເກົາ - ຈີນ
(ພາບ: vietnam+)
(vovworld) - ໃນການຢ້ຽມຢາມ ແລະ ເຮັດວຽກ ຢູ່ ທ້ອງຖີ່ນຈຳນວນໜື່ງ ຂອງ ຈີນ, ຕອນຄ່ຳວັນທີ 12/12, ທ່ານ ຫວູຮົ່ງນາມ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າຄະນະກຳມະການແຫ່ງລັດກ່ຽວກັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ມີການພົບປະກັບ ຜູ້ຕາງໜ້າປະຊາຄົມຊາວຫວຽດນາມ ຢູ່ ເຂດບໍລິຫານພິເສດ ມາເກົາ - ຈີນ. ທີ່ການພົບປະ, ທ່ານ ຫວູຮົ່ງ ຢືນຢັນວ່າ ພັກ, ລັດ ແລະ ລັດຖະບານ ຫວຽດນາມ ຍາມໃດກໍ່ສະຫງວນຄວາມເອົາໃຈໃສ່ເປັນພິເສດເຖິງປະຊາຄົມຊາວ ຫວຽດນາມ ຢູ່ຕ່າງປະເທດເວົ້າລວມ ແລະ ປະຊາຄົມຊາວຫວຽດນາມ ຢູ່ ມາເກົາເວົ້າສະເພາະ, ຖືປະຊາຄົມຊາວຫວຽດນາມຢູ່ຕ່າງປະເທດແມ່ນພາກສ່ວນບໍ່ສາມາດຕັດແຍກອອກຈາກຂາດ ຫວຽດນາມ ໄດ້. ທ່ານ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວູຮົ່ງນາມ ຕີລາຄາສູງ ການປະກອບສ່ວນ ຂອງ ປະຊາຄົມຊາວຫວຽດນາມ ຢູ່ ມາເກົາ ສຳລັບ ພາລະກິດສ້າງສາບ້ານເກີດເມືອງນອນໃນໄລຍະຜ່ານມາ, ພ້ອມທັງ ປາດຖະໜາວ່າ ພໍ່ແມ່ປະຊາຊົນປະຕິບັດແຜນນະໂຍບາຍ, ນະໂຍບາຍ ທີ່ກ່ຽວຂ້ອງຂອງ ພັກ ແລະ ລັດເປັນຢ່າງດີ, ກໍ່ຄື ກົດໝາຍປະເທດປະຈຳຖິ່ນ, ສາມັກຄີ, ຊ່ວຍເຫຼືອເຊີ່ງກັນ ແລະ ກັນ, ແກ້ໄຂທຸກຄວາມຫຍຸ້ງຍາກ, ມານະພະຍາຍາມສູ້ຊົນບືນຕົວຂຶ້ນ, ສ້າງຄວາມຮັ່ງມີໃຫ້ຄອບຄົວ, ບ້ານເກີດເມືອງນອນ ແລະ ປະເທດ ຫວຽດນາມ.