ຫົວໜ້າຄະນະຂົນຂວາຍປຊຊສູນກາງຢ້ຽມຢາມແລະອວຍພອນສະມາຄົມສາສະໜາໂປແຕັກຕັງຫວຽດນາມ
(ທ່ານນາງ ເຈືອງທິມາຍ ອວຍພອນສະມາຄົມສາສະໜາ
ໂປແຕັກຕັງຫວຽດນາມ (ທາງພາກເໜືອ)
(vovworld) - ເນື່ອງໃນໂອກາດວັນບຸນຄຼິດສະມາດ ປີ 2016, ຕອນເຊົ້າວັນທີ 17/12, ຢູ່ຮ່າໂນ້ຍ, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ໄດ້ລົງຢ້ຽມຢາມ, ອວຍພອນສະມາຄົມສາສະໜາໂປແຕັກຕັງຫວຽດນາມ (ທາງພາກເໜືອ) ບາດຫຼວງ ຫງວຽນຮິວໝາກ, ປະທານສະມາຄົມດັ່ງກ່າວ. ທີ່ການຢ້ຽມຢາມ, ທ່ານນາງ ເຈືອງທິມາຍ ສະແດງຄວາມເຊື່ອໝັ້ນວ່າ, ໃນໄລຍະຈະມາເຖິງ ບາດຫຼວງ ຫງວຽນຮິວໝາກ ຈະສືບຕໍ່ນຳພາ, ລະດົມກຳລັງແກ່ບັນດາຜູ້ມີຍົດສັກຕຳແໜ່ງທາງສາສະໜາ, ສາສະນິກກະຊົນຜູ້ເຊື່ອຖືສາສະນາໂປແຕັກຕັງ ເສີມຂະຫຍາຍມູນເຊື້ອຮັກຊາດກວ່າອີກ, ສະໜິດຕິດພັນຮ່ວມເດີນທາງພ້ອມກັບຊາດ, ປະກອບສ່ວນຢ່າງແທດຈິງເຂົ້າພາລະກິດສ້າງສາກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ ໃຫ້ນັບມື້ນັບເຂັ້ມແຂງກວ່າ.