ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງອວຍພອນຄະນະກຳມະການສາມັກຄີສາສະໜາຄຼິດຫວຽດນາມ
ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງອວຍພອນຄະນະກຳມະການສາມັກຄີສາສະໜາຄຼິດຫວຽດນາມ
|
(vovworld) – ເນື່ອງໃນໂອກາດວັນບຸນຄິດສມາດ 2016, ຕອນບ່າຍວັນທີ 13/12, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ໄດ້ໄປຢ້ຽມຢາມ ແລະ ອວຍພອນຄະນະກຳມະການສາມັກຄີສາສະໜາຄຼິດ ແລະ ຄຸນພໍ່ ເຈືອງຊວນແມ້ງ, ຮອງປະທານທັງເປັນເລຂາທິການໃຫຍ່ ຄະນະກຳມະການສາມັກຄີສາສະໜາຄຼິດ ຫວຽດນາມ. ທ່ານນາງ ເຈືອງທິມາຍ ຢັ້ງຢືນວ່າ: ຄະນະກຳມະການສາມັກຄີສາສະໜາຄຼິດຫວຽດນາມ ຍາມໃດກໍ່ສະແດງບົດບາດເປັນແກ່ນສານໃນທຸກໆຂະບວນການຮັກຊາດຂອງ ພໍ່ແມ່ປະຊາຊົນຊາວຄຼິດ ແລະ ບັນລຸໄດ້ຜົນງານອັນດີງາມຫຼາຍຢ່າງ. ຄະນະກຳມະການສາມັກຄີສາສະໜາຄຼິດ ຫວຽດນາມ ໄດ້ຕັ້ງໜ້າໂຄສະນາຢ່າງເລິກເຊິ່ງ ແລະ ກ້ວາງຂວາງກັບຄະນະສາມັກຄີສາສະໜາຄຼິດ ບັນດາແຂວງ, ນະຄອນ, ຂົນຂວາຍພໍ່ແມ່ປະຊາຊົນຊາວຄຼິດປະຕິບັດແຜນນະໂຍບາຍຂອງພັກ, ນະໂຍບາຍກົດໝາຍຂອງລັດ, ຕັ້ງໜ້າເຂົ້າຮ່ວມການພັດທະນາເສດຖະກິດ ສັງຄົມ. ທ່ານນາງ ເຈືອງທິມາຍ ໄດ້ສະແດງຄວາມເຊື່ອໝັ້ນວ່າ ໃນໄລຍະຈະມາເຖິງ, ຄະນະຂົນຂວາຍປະຊາຊົນສູນກາງຫວຽດນາມ, ຄະນະສາມັກຄີສາສະໜາຄຼິດບັນດາແຂວງ, ນະຄອນ ສືບຕໍ່ຜັນຂະຫຍາຍຜົນງານທີ່ບັນລຸໄດ້, ປ່ຽນໃໝ່ເນື້ອໃນ, ວິທີການເຄື່ອນໄຫວຢ່າງບໍ່ຢຸດຢັ້ນ, ປະຕິບັດບົດບາດເປັນຂົວຕໍ່ລະຫວ່າງສາສະໜາ ແລະ ຊີວິດເປັນຢ່າງດີ, ລະດົມກຳລັງໃຈແກ່ພໍ່ແມ່ປະຊາຊົນຊາວຄຼິດ ຫວຽດນາມ ສືບຕໍ່ປະຕິບັດນື້ອໃນຈິດໃຈ “ຢູ່ໃນສິນ, ກິນໃນທຳ, ຮັບໃຊ້ປະຊາຊົນ”. ເນື່ອງໃນໂອກາດນີ້, ທ່ານນາງ ເຈືອງທິມາຍ ອວຍພອນໃຫ້ບັນດາຄຸນພໍ່, ພໍ່ແມ່ປະຊາຊົນຊາວຄຼິດຕ້ອນຮັບວັນບຸນ ຄຼິດສມາດ ຢ່າງສະຫງົບສຸກ ແລະ ເຕັມໄປດ້ວຍຄວາມເບີກບານມ່ວນຊື່ນ.